ສັ່ງປິດ 5 ບໍລິສັດເຖື່ອນເຄື່ອນໄຫວລະດົມເງິນບໍ່ຖືກຕ້ອງຕາມລະບຽບກົດໝາຍ
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍວ່າ: ເມື່ອບໍ່ດົນມານີ້, ໄດ້ອອກໜັງສືແຈ້ງການເລື່ອງການສັ່ງປິດບັນດາບໍລິສັດທີ່ເຄື່ອນໄຫວຜິດກົດໝາຍຄື: ບໍລິສັດລາວແຜ່ນດິນຄຳຄ້ຳປະກັນການລົງທຶນ ແລະ ຫາແຫລ່ງທຶນ ຈຳກັດ, ບໍລິສັດ ທີ່ປຶກສາການລົງທຶນສາກົນ ໂກເດັນລາວ-ຫວຽດ ຈຳກັດ, ບໍລິສັດ ລາວອີເທຣດ ປືກສາການລົງທຶນ ຈຳກັດ, ບໍລິສັດ ລາວອີຊີອິນເວັສເມັນ ແອັດວາຍເຊີ ຈຳກັດ, ບໍລິສັດ ລາວຄຳທີ່ປຶກສາການລົງທຶນ ຈຳກັດ. ນອກນີ້, ຍັງໄດ້ຍົກເລີກບັນດາວິສາຫະກິດ ແລະ ປິດຕົວຢ່າງຖາວອນ 9 ແຫ່ງ, ໂຈະການເຄື່ອນໄຫວຊົ່ວຄາວ 3 ບໍລິສັດ, ພາຍຫລັງກວດສອບເຫັນວ່າມີການເຄື່ອນໄຫວຜິດລະບຽບກົດໝາຍ ເປັນຕົ້ນແມ່ນການລະດົມເງິນຝາກຈາກສັງຄົມ ແລະ ດຳເນີນທຸລະກິດບໍ່ຖືກຕາມທະບຽນວິສາຫະກິດ.
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃຫ້ຮູ້ວ່າ: ປັດຈຸບັນ, ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນລາວເປັນຈຳນວນຫລາຍ, ມີທັງການຂໍເປີດດຳເນີນກິດຈະການວິສາຫະກິດແບບຄ້າຂາຍ ແລະ ການລະດົມທຶນ ອື່ນໆ, ແນວໃດກໍຕາມ, ເຫັນວ່າມີກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ສວຍໂອກາດເປີດບໍລິສັດ ແລະ ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ, ດັ່ງທີ່ກວດພົບເຫັນໃນໄລຍະຜ່ານມາຄື: ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຕືອນປະຊາຊົນບັນດາເຜົ່າໃຫ້ມີສະຕິລະວັງຕົວບໍ່ຫລົງເຊື່ອໂຄສະນາປຸກລະດົມທຶນຂອງບໍລິສັດ ຟາຍນານໂຊ ໂອກ (Financial.org), ພາຍຫລັງເຫັນວ່າບໍລິສັດດັ່ງກ່າວບໍ່ໄດ້ຮັບອະນຸຍາດເຄື່ອນໄຫວລະດົມທຶນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ສປປ ລາວ, ເຊິ່ງຈະສ້າງຄວາມເສຍຫາຍຕໍ່ຊັບສີນຂອງປະຊາຊົນ ແລະ ຕໍ່ລະບົບເສດຖະກິດປະເທດ ແລະ ຍັງມີອີກຫລາຍບໍລິສັດ ທາງເຈົ້າໜ້າທີ່ກຳລັງກວດກາຄືນໃຫ້ກະຈ່າງແຈ້ງ.