ເກືອຊ່ວຍແກ້ອາການເຈັບຄໍ
May 14, 2018 - 11:42 AM
ຫາກທ່ານມີອາການເຈັບຄໍ ສາມາດຫລຸດຜ່ອນອາການນັ້ນໄດ້ ໂດຍການບ້ວນປາກບ້ວນຄໍດ້ວຍນຳ້ເກືອ ເພາະປະຢັດ ແລະ ປອດໄພກ່ວາການຊື້ຢາມາອົມໝົດມື້ ເຊິ່ງການບ້ວນຄໍດ້ວຍນຳ້ເກືອນັ້ນຈະເຫັນຜົນໄດ້ເກືອບທັນທີ ໂດຍໃຫ້ປະສົມເກືອ 1 ບ່ວງກາເຟ ໃສ່ກັບນຳ້ອຸ່ນ 1 ຈອກນ້ອຍ ອົມນຳ້ເກືອບ້ວນຄໍ ເງີຍໜ້າຂຶ້ນ ແຫງນຄໍໄປທາງຫລັງ ເພື່ອໃຫ້ນຳ້ເກືອອາບເນື້ອເຍື່ອໃນຄໍ ອາການເຈັບຄໍກໍຈະຫລຸດຜ່ອນໄປໄດ້ຊົ່ວຄາວຈຶ່ງຄວນໝັ່ນເຮັດມື້ລະ 4 ເທື່ອ ລຽນມື້ ປະມານ 2 ມື້ ອາການກໍຈະຫລຸດຜ່ອນລົງ ແລະ ເຊົາໄປເອງ.