ຜູ້ນຳອີຣານເນັ້ນຈະເຮັດຕາມຂໍ້ຕົກລົງ ນິວເຄຼຍ ຖ້າບໍ່ກະທົບຜົນປະໂຫຍດອີຣານ
ປະທານາທິບໍດີ ຮຳຊັນ ໂຣຮານີ ຂອງອີຣານ ກ່າວໃນວັນທີ 14 ພຶດສະພາວ່າ: ອີຣານຈະຍັງປະຕິບັດຕາມຂໍ້ຕົກລົງນິວເຄຼຍປີ 2015 ຖ້າສາມາດປົກປ້ອງຜົນປະໂຫຍດຂອງອີຣານໄວ້ໄດ້ ແລະ ກ່າວວ່າ: ການຖອນຕົວຈາກຂໍ້ຕົກລົງນິວເຄຼຍຂອງອາເມລິກາທັງທີ່ລົງນາມໄປແລ້ວຖືວ່າບໍ່ມີຄວາມຮັບຜິດຊອບ ແລະ ຂາດຈະລິຍະທຳ.
ຜູ້ນຳອີຣານກ່າວລະຫວ່າງພົບປະກັບປະທານາທິບໍດີ ໄມຕຣີພາລາ ສິຣິເສນາ ຂອງສີລັງກາ ໂດຍມີລາຍງານທາງສະຖານີໂທລະພາບຂອງທາງການວ່າ: ຖ້າ 5 ປະເທດຍັງຢູ່ໃນຂໍ້ຕົກລົງປະຕິບັດຕາມສັນຍາ, ອີຣານກໍຈະປະຕິບັດຕາມເຖິງວ່າບໍ່ມີອາເມລິກາ ໂດຍຍຶດໝັ້ນຂໍ້ຕົກລົງທີ່ຮ່ວມລົງນາມໄວ້ກັບອັງກິດ, ຈີນ, ຝຣັ່ງ, ເຢຍລະມັນ ແລະ ຣັດເຊຍ ໃນປີ 2015. ຜູ້ນຳອີຣານບອກວ່າ: ຖ້າກຸ່ມປະເທດມະຫາອຳນາດຍັງສະໜັບສະໜູນຂໍ້ຕົກລົງ ແລະ ຮັບປະກັນວ່າ ອີຣານຈະບໍ່ໄດ້ຮັບຜົນກະທົບຈາກມາດຕະການຂວ້ຳບາດເຊັ່ນ: ທຸລະກິດນ້ຳມັນ ການທີ່ປະທານາທິບໍດີ ໂດນັນ ທຣຳ ປະກາດຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍໃນວັນທີ 8 ພຶດສະພາ ເຮັດໃຫ້ປະເທດພັນທະມິດເອີຣົບບໍ່ສະບາຍໃຈ ສົ່ງຜົນໃຫ້ເກີດຄວາມບໍ່ແນ່ນອນໃນຕະຫລາດນ້ຳມັນໂລກ ແລະ ສ່ຽງເກີດຄວາມຂັດແຍ່ງໃນຕາເວັນອອກກາງ.