ອາເມລິກາພ້ອມລົງທຶນດ້ານພະລັງງານ ແລະ ອາຫານ ໃນ ສປປ ເກົາຫລີ ຖ້າປົດອາວຸດນິວເຄຼຍ
ລັດຖະມົນຕີກະຊວງຕ່າງປະເທດອາເມລິກາ ເປີດເຜີຍວ່າ: ອາເມລິກາພ້ອມຈະໃຫ້ບໍລິສັດເອກະຊົນໄປລົງທຶນດ້ານພະລັງງານ ແລະ ອາຫານໃນ ສປປ ເກົາຫລີ, ຖ້າ ສປປ ເກົາຫລີ ຕັດສິນໃຈວ່າຈະປົດອາວຸດນິວເຄຼຍ.
ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດຂອງອາເມລິກາ ໃຫ້ສຳພາດຕໍ່ສະຖານີໂທລະພາບຟ໊ອກວ່າ: ລັດຖະບານອາເມລິກາຈະອະນຸຍາດໃຫ້ບໍລິສັດເອກະຊົນຂອງອາເມລິກາເຂົ້າໄປລົງທຶນໃນ ສປປ ເກົາຫລີ ໄດ້ ເຊິ່ງນັກລົງທຶນຈາກອາເມລິກາຈະຊ່ວຍສ້າງໂຮງງານຜະລິດໄຟຟ້າ ເນື່ອງຈາກປັດຈຸບັນກຳລັງການຜະລິດກະແສໄຟຟ້າໃນ ສປປ ເກົາຫລີ ບໍ່ພຽງພໍຕໍ່ຄວາມຕ້ອງການ.
ນອກຈາກນີ້ ຈະມີການລົງທຶນດ້ານກະສິກຳ ເຊິ່ງຈະຊ່ວຍໃຫ້ຊາວ ສປປ ເກົາຫລີ ມີຊີ້ນບໍລິໂພກຫລາຍຂຶ້ນ ແລະ ເຮັດໃຫ້ ສປປ ເກົາຫລີ ມີຄຸນນະພາບຊີວິດທີ່ດີຂຶ້ນ.
ກ່ອນໜ້ານີ້, ທ່ານ ປອມເປໂອ ຫາກໍເດີນທາງກັບຈາກການຢ້ຽມຢາມ ສປປ ເກົາຫລີ ໃນອາທິດຜ່ານມາ ແລະ ປະກາດວ່າ: ອາເມລິກາຈະຊ່ວຍພັດທະນາເສດຖະກິດຂອງ ສປປ ເກົາຫລີ ໃຫ້ຮັ່ງມີໃນລະດັບດຽວກັບເສດຖະກິດຂອງ ສ.ເກົາຫລີ, ຖ້າ ສປປ ເກົາຫລີ ຕັດສິນໃຈຢ່າງເດັດຂາດຈະປົດອາວຸດນິວເຄຼຍຂອງຕົນເອງ ເຊິ່ງປັດຈຸບັນ ສປປ ເກົາຫລີ ໄດ້ສະແດງທ່າທີມີຄວາມພ້ອມຈະຢຸດຕິໂຄງການພັດທະນາອາວຸດນິວເຄຼຍທັງໝົດ.