ຕະຫຼາດນັດ​ແຮງ​ງານ ​ແລະ ການ​ສຶກສາຄັ້ງ​ທີ 7

- Labour fair - ຕະຫຼາດນັດ​ແຮງ​ງານ ​ແລະ ການ​ສຶກສາຄັ້ງ​ທີ 7
- kitchen vibe - ຕະຫຼາດນັດ​ແຮງ​ງານ ​ແລະ ການ​ສຶກສາຄັ້ງ​ທີ 7

ໃນວັນທີ 11 ພຶດສະພາ ນີ້, ຄະນະວິສະວະກໍາສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາລາວ ໂດຍການສະໜັບສະໜູນຈາກໂຄງການ GIZ, ໄດ້ຈັດງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 7 ຂຶ້ນທີ່ມະຫາວິທະຍາໄລດັ່ງກ່າວ, ​ໂດຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ ຫົວໜ້າ​ກົມ​ກິດຈະ​ການນັກ​ສຶກສາ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ມີຄະນະບໍດີຄະນະວິສະວະກຳສາດ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ​ແລະ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳລາວ, ມີພະນັກງານຄູ-ອາຈານ, ນັກສຶກສາຄະນະວິສະວະກຳສາດ ​ແລະ ບໍລິສັດຕ່າງໆເຂົ້າຮ່ວມເປັນຈໍານວນຫຼາຍ.

ຄະນະບໍດີຄະນະວິສະວະກໍາສາດ,  ​ໃຫ້​ຮູ້​ວ່າ:  ການຈັດງານດັ່ງກ່າວ ເພື່ອແນໃສ່ຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດຕ່າງມີເງື່ອນໄຂຊອກຫາຜູ້ຮ່ວມງານ ໄດ້ຖືກຕ້ອງຕາມຄວາມຕ້ອງການໃນວຽກງານຂອງຕົນ, ທັງ​​ເປັນ​ການສ້າງໂອກາດໃຫ້ນັກຮຽນ-ນັກສຶກສາໄດ້ພົບປະກັບຫົວໜ່ວຍທຸລະກິດຕ່າງໆ ເພື່ອແລກປ່ຽນບົດຮຽນດ້ານການພັດທະນາແຮງງານ, ພ້ອມທັງເອື້ອອຳນວຍຄວາມສະດວກໃນການຊອກວຽກເຮັດງານທຳທີ່ຫຼາກຫຼາຍ ແລະ ສົ່ງເສີມວຽກເຮັດງານທຳເພື່ອການພັດທະນາເສດຖະກິດຂອງປະເທດໃຫ້ດີຂຶ້ນ.

ຕະຫຼາດ​ນັດແຮງ​ງານ​ໃນຄັ້ງ​ນີ້, ​ໄດ້​ມີບູດວາງສະແດງ ຂອງນັກສຶກສາວິສະວະກໍາ ແລະ ບູດຂອງບັນດາບໍລິສັດຕ່າງໆ ຫຼາຍກວ່າ 30 ບໍລິສັດ. ນອກນີ້, ຍັງມີຫຼາຍຂະແໜງການ ເຊັ່ນ: ຂະແໜງບໍແຮ່, ໄອທີ, ປະກັນໄພ, ທະນາຄານ, ໂຮງແຮມ, ວັດສະດຸກໍ່ສ້າງ ແລະ ຂະແໜງການອື່ນໆອີກ ທີ່ມີຄວາມຕ້ອງການດ້ານແຮງງານ.

- 5 - ຕະຫຼາດນັດ​ແຮງ​ງານ ​ແລະ ການ​ສຶກສາຄັ້ງ​ທີ 7
- 4 - ຕະຫຼາດນັດ​ແຮງ​ງານ ​ແລະ ການ​ສຶກສາຄັ້ງ​ທີ 7
- 3 - ຕະຫຼາດນັດ​ແຮງ​ງານ ​ແລະ ການ​ສຶກສາຄັ້ງ​ທີ 7