ປະຊາຊົນຢູ່ຍາກຍ້ອນກິ່ນຂິວຈາກໂຮງງານທີ່ພູຄູນ
ປະຊາຊົນກຳລັງວິພາກວິຈານໜັກຕໍ່ການດຳເນີນທຸລະກິດຂອງຄົນຈີນຢູ່ທາງເລກ 7 ເມືອງພູຄູນແຂວງຫລວງພະບາງ, ເຮັດໃຫ້ມີຄວັນ ແລະ ກິ່ນຂິວກະຈາຍໄປທົ່ວບໍລະເວນໃກ້ຄຽງ ສົ່ງຜົນໃຫ້ປະຊາຊົນຫາຍໃຈລຳບາກ, ຈຶ່ງວອນພາກລັດລົງແກ້ໄຂບັນຫາດ່ວນ.
ປະຊາຊົນຜູ້ໄດ້ຮັບຜົນກະທົບເລົ່າສູ່ນັກຂ່າວໜັງສືພິມລາວພັດທະນາວ່າ: ໂຮງງານດັ່ງກ່າວຕັ້ງຢູ່ໃກ້ຊຸມຊົນ ຫ່າງຈາກເທດສະບານເມືອງປະມານ 500 ແມັດ,ດຳເນີນກິດຈະການມາໄດ້ 2-3 ປີແລ້ວ, ແຕ່ບໍ່ເຫັນຂຶ້ນປ້າຍທຸລະກິດຫຍັງ, ໂດຍມີການເຄື່ອນໄຫວເຮັດເຕົາອົບເຄື່ອງປ່າຂອງດົງ, ສົ່ງຄວັນ ແລະ ກິ່ນຂິວໄປທົ່ວບໍລິເວນນັ້ນ, ເຮັດໃຫ້ປະຊາຊົນ 7 ຄອບຄົວ ກຳລັງໄດ້ຮັບຜົນກະທົບໜັກ ຄື: ເດັກນ້ອຍມີອາການຕາແດງ, ຜູ້ເຖົ້າປ່ວຍເປັນໄອ, ບາງຄົນເປັນວິນຫັນໃຈບໍ່ອອກ ນັບມື້ນັບຢູ່ຍາກ. ກໍລະນີດັ່ງກ່າວເຄີຍໄດ້ຂຽນໃບຮ້ອງທຸກຫາອຳນາດການປົກຄອງເມືອງແລ້ວ ແຕ່ບໍ່ໄດ້ຮັບການແກ້ໄຂ, ຈຶ່ງວອນພາກລັດຊ່ວຍແກ້ບັນຫາຍົກຍ້າຍໂຮງງານດັ່ງກ່າວອອກຈາກຊຸມຊົນ.
ທ່ານ ສົມເພັດ ຫົວໜ້າສິ່ງແວດລ້ອມເມືອງພູຄູນ ຊີ້ແຈງວ່າ: ໂຮງງານດັ່ງກ່າວເປັນທຸລະກິດຂະໜາດນ້ອຍຂອງຄົນຈີນ, ໂດຍເຮັດເຕົາອົບເຄື່ອງປ່າຂອງດົງສົ່ງອອກ, ຜ່ານມາບັນຫາດັ່ງກ່າວເກີດຂື້ນແທ້ ເພາະຄະນະໜ່ວຍງານສະເພາະກິດຂັ້ນເມືອງ ລວມມີເຈົ້າໜ້າທີ່ການຄ້າ, ເຈົ້າໜ້າທີ່ສິ່ງແວດລ້ອມ ແລະເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ກໍໄດ້ລົງກວດສອບ ແລະ ເຮັດບົດບັນທຶກຕັກເຕືອນ 2 ຄັ້ງແລ້ວ ແຕ່ຍັງມີການຝ່າຝືນ ແລະ ມີທ່າທີ່ບໍ່ຢ້ານຕໍ່ລະບຽບກົດໝາຍຂອງລາວເຮົາ, ໂດຍອ້າງວ່າໄດ້ມີການເສຍພາສີພັນທະອາກອນແລ້ວ.