ສະພາຄວາມໝັ້ນຄົງ ສປຊ ບໍ່ພໍໃຈອາເມລິກາ ຂັດຂວາງສອບສວນ ເຫດນອງເລືອດໃນກາຊາ
ສະມາຊິກເກີນເຄິ່ງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ພໍໃຈອາເມລິກາສະກັດຖະແຫລງການສອບສວນເຫດນອງເລືອດຊາຍແດນ ອິດສະລາແອນ-ກາຊາ.
ສຳນັກຂ່າວ AFP ລາຍງານວ່າ: ປະເທດສະມາຊິກກວ່າສອງໃນສາມຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ອອກຖະແຫລງການ ສະແດງຄວາມບໍ່ພໍໃຈຕໍ່ເຫດການປະທະກັນຂອງທະຫານອິດສະລາແອນ ບໍລິເວນຊາຍແດນກາຊາ ເຊິ່ງຜົນຈາກການປະທະສົ່ງຜົນໃຫ້ພາຍໃນວັນດຽວມີຜູ້ເສຍຊີວິດເຖິງ 55 ຄົນ, ບາດເຈັບອີກປະມານ 2.700 ຄົນ ຈາກເຫດຄວາມບໍ່ພໃຈທີ່ອາເມລິກາເປີດສະຖານທູດໃນນະຄອນເຢລູຊາເລມ.
ລາຍງານລະບຸວ່າ: ປະເທດສະມາຊິກ 10 ປະເທດຈາກທັງໝົດ 15 ປະເທດໃນສະມາຊິກສະພາຄວາມໝັ້ນຄົງ ສປຊ ທີ່ນຳໂດຍທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການ ສປຊ ໄດ້ຮຽກຮ້ອງໃຫ້ດຳເນີນການສອບສວນຢ່າງອິດສະຫລະ ແລະ ໂປ່ງໃສໃນເຫດການດັ່ງກ່າວ ລວມທັງຫາມະຕິຮ່ວມ ແລະ ແນວທາງອື່ນໆ ເພື່ອຫາທາງອອກຈາກບັນຫາຕາເວັນອອກກາງ ບໍ່ສະນັ້ນອາດກະທົບຕໍ່ຄວາມໜ້າເຊື່ອຖືຂອງສະຫະປະຊາຊາດ.
ໃນຂະນະດຽວກັນ ມີລາຍງານວ່າ: ເຈົ້າໜ້າທີ່ທູດອາເມລິກາໄດ້ຂັດຂວາງການອອກຖະແຫລງການຮ່ວມຂອງສະພາຄວາມໝັ້ນຄົງ ສປຊ ໂດຍຕາມລາຍງານຂອງສຳນັກຂ່າວ CNN ລະບຸວ່າ: ອາເມລິກາໄດ້ຂັດຂວາງການອອກຖະແຫລງການ ໂດຍເຈົ້າໜ້າທີ່ທູດຂອງກູເວດ ເຊິ່ງເປັນຜູ້ຮ່າງຖະແຫລງການດັ່ງກ່າວ, ແຕ່ຍັງບໍ່ແນ່ນອນວ່າ ມີປະເທດອື່ນໃດນອກຈາກອາເມລິກາທີ່ຂັດຂວາງການອອກຖະແຫລງການຄັ້ງນີ້.