ຜູ້ນຳຣັດເຊຍ ແລະ ຝຣັ່ງ ຫາລືຂໍ້ຕົກລົງນິວເຄຼຍອີຣານ
ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ໄດ້ຫາລືກ່ຽວກັບຂໍ້ຕົກລົງນິວເຄຼຍອີຣານ ແລະ ສະຖານະການໃນຊີຣີ ລະຫວ່າງສົນທະນາທາງໂທລະສັບກັບປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງຝຣັ່ງ ໃນວັນທີ 15 ພຶດສະພາ.
ທຳນຽບເກຣມລິນຂອງຣັດເຊຍ ຖະແຫລງວ່າ: ປະທານາທິບໍດີ ປູຕິນ ແລະ ປະທານາທິບໍດີ ມາຄຣົງ ສັນຍາຮ່ວມກັນວ່າຈະປະຕິບັດຕາມຂໍ້ຕົກລົງນິວເຄຼຍປີ 2015 ທີ່ໄດ້ລົງນາມໄວ້ຮ່ວມກັບອີຣານ. ຂະນະທີ່ຜູ້ນຳຝຣັ່ງມີກຳນົດຢ້ຽມຢາມຣັດເຊຍ ເພື່ອເຂົ້າຮ່ວມກອງປະຊຸມດ້ານເສດຖະກິດໃນອາທິດໜ້າ. ກ່ອນໜ້ານີ້ ຜູ້ນຳທັງສອງໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຮັກສາສັນຍາ ແລະ ປະຕິບັດຕາມຂໍ້ຕົກລົງທີ່ມີຮ່ວມກັບອີຣານ, ພາຍຫລັງປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ປະກາດວ່າອາເມລິກາຖອນຕົວຈາກຂໍ້ຕົກລົງນິວເຄຼຍອີຣານທີ່ຮ່ວມລົງນາມໄວ້ກັບຈີນ, ຝຣ່ັ່ງ, ຣັດເຊຍ, ອັງກິດ ແລະ ເຢຍລະມັນ. ຕາມຂໍ້ຕົກລົງດັ່ງກ່າວລະບຸວ່າ: ອີຣານຕ້ອງຢຸດໂຄງການພັດທະນານິວເຄຼຍ ເພື່ອແລກປ່ຽນກັບການຫລຸດຜ່ອນມາດຕະການຂວ້ຳບາດຂອງບັນດາປະເທດ.