ສອງເກົາຫລີນັດເຈລະຈາຮອບໃໝ່ ເພື່ອສືບຕໍ່ກອງປະຊຸມສຸດຍອດ
ສປປ ເກົາຫລີ ແລະ ສ.ເກົາຫລີ ຈະຈັດກອງປະຊຸມເຈົ້າໜ້າທີ່ລະດັບສູງ ໃນວັນທີ 16 ພຶດສະພານີ້ ສຳລັບການຫາລືກຳນົດການເຈລະຈາເຈົ້າໜ້າທີ່ດ້ານການທະຫານ ແລະ ກາແດງ ໂດຍມີຈຸດມຸ່ງໝາຍເພື່ອຫລຸດຄວາມເຄັ່ງຕຶງຕາມເຂດຊາຍແດນ ແລະ ຮື້ຟື້ນງານລວມຄອບຄົວທີ່ພັດພາກແຕ່ສະໄໝສົງຄາມເກົາຫລີ.
ກະຊວງລວມຊາດ ສ.ເກົາຫລີ ຖະແຫລງໃນວັນທີ 15 ພຶດສະພາວ່າ: ການພົບກັນຈະມີຂຶ້ນຢູ່ບ້ານຊາຍແດນ ເພື່ອຫາລືແນວທາງປະຕິບັດຕາມຂໍ້ຕົກລົງສັນຕິພາບທີ່ມີຂຶ້ນໃນກອງປະຊຸມສຸດຍອດລະຫວ່າງທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ກັບປະທານາທິບໍດີ ມຸນ ແຈອິນ ຂອງ ສ.ເກົາຫລີ ໃນເດືອນຜ່ານມາ. ການຫາລືຄັ້ງນີ້ຈະລວມທັງການຈັດຕັ້ງການເຈລະຈາລະດັບຄະນະເຮັດວຽກຮ່ວມສອງຝ່າຍ ລວມທັງເຈົ້າໜ້າທີ່ດ້ານການກິລາຕາມແຜນລວມທີມໃນກິລາບາງປະເພດໃນການແຂ່ງຂັນກິລາເອຊຽນເກມເດືອນສິງຫານີ້. ການນັດເຈລະຈາດັ່ງກ່າວຈະມີຂຶ້ນກ່ອນກອງປະຊຸມສຸດຍອດວັນທີ 12 ມິຖຸນາ ລະຫວ່າງທ່ານ ກິມ ຈ໋ອງອຸນ ກັບປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ຕາມແນວທາງຊຸກຍູ້ວິທີທາງການທູດ ເພື່ອຫລຸດຜ່ອນບັນຫາໂຄງການນິວເຄຼຍ ສປປ ເກົາຫລີ. ສ.ເກົາຫລີ ເຊິ່ງເປັນຜູ້ໄກ່ເກ່ຍໃນການຈັດເຈລະຈາລະຫວ່າງຜູ້ນຳອາເມລິກາກັບ ສປປ ເກົາຫລີ ເປີດເຜີຍວ່າ: ທ່ານ ກິມ ຈ໋ອງອຸນ ມີຄວາມມຸ່ງໝັ້ນຢ່າງແທ້ຈິງທີ່ຈະຍົກເລີກໂຄງການນິວເຄຼຍ ເພື່ອແລກປ່ຽນກັບຜົນປະໂຫຍດທາງເສດຖະກິດ.