ແມນຢູ ພ້ອມຈ່າຍ 44 ລ້ານປອນ ຫວັງດຶງ ຮີຊາຍ ມາຮ່ວມທີມ
May 15, 2018 - 6:00 PM
ແມນເຊສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ພ້ອມທີ່ຈະຈ່າຍເງີນເທົ່າກັບຄ່າຈີກສັນຍາຈຳນວນ 44 ລ້ານປອນ ຂອງ ເອວເຊອິດ ຮີຊາຍ ແບັກຂວາຂອງ ນາໂປລີ ເພື່ອຄວ້າລາວມາຮ່ວມທີມໃນຊຳເມີນີ້ ຕາມການລາຍງານຂອງ ເດິ້ ຊັນ(The sun).
ໂຊເຊ່ ມູລີນໂຍ ຜູ້ຈັດການທີມ ແມນຢູ ກຳນົດໃຫ້ການຄວ້າແບັກຂວາຄົນໃຫມ່ມາຮ່ວມທີມເປັນໜຶ່ງໃນພາລະກິດຫລັກຂອງລາວສຳລັບການເສີມທັບໃນຕະຫລາດຊື້ຂາຍນັກເຕະຊ່ວງຊຳເມີນີ້ ເພາະ ອັນໂຕນີໂອ ອາເລນເຊຍຈະມີອາຍຸ 33 ປີໃນຊ່ວງເດືອນສິງຫານີ້ແລ້ວ ແລະ ລາວກໍຕ້ອງຈິງຈັງກັບການຫາແບັກຂວາຄົນໃຫມ່ມາເສີມທັບຂອງຕົນ.