ເມືອງພູຄູນເລັ່ງພົ່ນຢາກຳຈັດຕັກແຕນຝູງໄມ້ປ່ອງຢູ່ 7 ບ້ານ
ປັດຈຸບັນນີ້, ເມືອງພູຄູນແຂວງຫລວງພະບາງ ໄດ້ເປີດຂະບວນການພົ່ນຢາກຳຈັດຕັກແຕນຝູງໄມ້ປ່ອງທີ່ບ້ານນ້ຳຈ່າວກຸ່ມພູວຽງພາຍໃນເມືອງດັ່ງກ່າວ, ໂດຍການຊີ້ນຳຂອງທ່ານເຈົ້າເມືອງພູຄູນ ທີ່ເກີດມີການລະບາດຂອງຕັກແຕນຝູງໄມ້ປ່ອງທຳລາຍຜົນຜະລິດຂອງປະຊາຊົນເປັນຄັ້ງທຳອິດໃນທ້າຍປີ 2016 ໃນຈຳນວນ 3 ບ້ານ ຄື: ບ້ານບວມພໍ, ນາກິນ ແລະ ບ້ານວຽງສະໄໝ. ຈາກນັ້ນໄດ້ຂະ ຫຍາຍອອກສູ່ບໍລິເວນບ້ານອ້ອມຂ້າງ 7 ບ້ານໃນ. ປັດຈຸບັນ, ດັ່ງນັ້ນທາງເມືອງຈຶ່ງໄດ້ສຸມໃສ່ສະກັດກັ້ນບໍ່ໃຫ້ມີການແຜ່ລາມອອກສູ່ເຂດອື່ນ, ໃນນີ້ໄດ້ພົ່ນຢາກຳຈັດແລ້ວ 8 ຈຸດ, ກວມເອົາ 2 ບ້ານ ໃນເນື້ອທີ່ເກືອບ 20 ເຮັກຕາ, ພາຍຫລັງສຳເລັດການພົ່ນຢາໃນຄັ້ງນີ້ ຄະນະສຳຫລວດຕິດຕາມເຝົ້າລະວັງຂັ້ນເມືອງຈະສືບຕໍ່ລົງບັນດາບ້ານເປົ້າໝາຍ ພ້ອມທັງປຸກລະດົມທຸກພາກສ່ວນໃຫ້ເປັນເຈົ້າການໃນການປ້ອງກັນຕິດຕາມ, ຖ້າພົບເຫັນຈຸດວາງໄຂ່ ແລະ ການແຕກເປັນຕົວອ່ອນໃຫ້ລາຍງານພາກສ່ວນກ່ຽວຂ້ອງ ເພື່ອຈະໄດ້ຮີບຮ້ອນລົງກຳຈັດບໍ່ໃຫ້ຈຳນວນປະຊາກອນຂອງຕັກແຕນດັ່ງກ່າວບໍ່ຂະຫຍາຍໄປສູ່ເຂດອື່ນ.