ເປ໊ປ ກວາດິໂອລາ ຄວ້າລາງວັນຜູ້ຈັດການທີມແຫ່ງປີ ຫລັງພາ ແມນເຊສເຕີ ຊິຕີ້ ຄວ້າຂັນ ພຣີເມຍລີກ


ເປ໊ປ ກວາດິໂອລາ ຜູ້ຈັດການທີມ ແມນເຊສເຕີ ຊິຕີ້ ຄວ້າລາງວັນຜູ້ຈັດການທີມດີເດັ່ນແຫ່ງປີຂອງສະມາຄົມຜູ້ຈັດການທີມ ຫລັງພາທີມ ແມນເຊສເຕີ ຊິຕີ້ ຄວ້າແຊ້ມພຣີເມຍລີກ ອັງກິດ ແລະ ແຊ້ມ ຄາຣາບາວ ຄັບ ລະດູການນີ້ໄດ້ສຳເລັດ ແລະ ສາມາດສ້າງສະຖິຕິຕ່າງໆຫລວງຫລາຍເຊັ່ນ:
ພາຊິຕີ້ເປັນທີມທຳອິດໃນປະຫວັດສາດທີ່ສາມາດເກັບຄະແນນໃນພຣີເມຍລີກໄດ້ເຖິງ 100 ຄະແນນ, ການຄວ້າໄຊຊະນະໃນລີກໄດ້ຫລາຍທີ່ສຸດ 32 ນັດ, ຍິງປະຕູຫລາຍສຸດໃນລະດູການ 106 ປະຕູ ແລະ ຜົນຕ່າງປະຕູໄດ້ເສຍກໍດີທີ່ສຸດເຖິງ 79 ລູກ ລວມທັງມີຄະແນນຫ່າງອັນດັບ 2 ຄື ແມນເຊສເຕີ ຢູໄນເຕັດ ຫລາຍທີ່ສຸດ 19 ຄະແນນ.
ຜູ້ຈັດການທີມຊາວສະເປນເອົາຊະນະຜູ້ເຂົ້າຊີງລາງວັນນີ້ 5 ຄົນ ທັງ ເຈີເກັ້ນ ຄລ໊ອບ ຜູ້ຈັດການທີມ ລິເວີພູລ, ຊອນ ໄດ ຂອງເບິນລີ, ນິໂນ ເອສປິຣິໂຕ້ ຊານໂຕ ຜູ້ຈັດການທີມວູຟແຮມຕັນ, ນີລ ວໍນ໊ອດ ຈາກຄາຣດິຟ ຊິຕີ້ ແລະ ຈອນ ໂຄລແມນ.