ຟີລິບປິນກຽມເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຫາລືບັນຫາຄວາມໝັ້ນຄົງພາກພື້ນ
April 26, 2017 - 4:07 PM


ລາຍງານລະບຸວ່າ: ກອງປະຊຸມຈຸແບ່ງອອກເປັນ 2 ວັນ ໂດຍວັນທີ 28 ເມສາ ຈະເປັນກອງປະຊຸມລະຫວ່າງລັດຖະມົນຕີວ່າການກະຊວງການຕ່າງປະເທດຈາກປະເທດສະມາຊິກອາຊຽນ 10 ປະເທດ, ສ່ວນວັນທີ 29 ເມສາ ຈະເປັນການຫາລືລະຫວ່າງຜູ້ນຳຂອງແຕ່ລະປະເທດ. ທັງນີ້ຄາດຄະເນວ່າ: ວາລະສຳຄັນໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້ຈະປະກອບມີເລື່ອງບັນຫາຄວາມໝັ້ນຄົງໃນພາກພື້ນ ໂດຍສະເພາະໂຄງການນິວເຄຼຍຂອງ ສປປ ເກົາຫລີ ລວມທັງການເປັນຫຸ້ນສ່ວນທາງການຄ້າ ແລະ ເສດຖະກິດ.
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອ 50 ປີແລ້ວ, ພາກພື້ນນີ້ມີປະຊາກອນລວມກັນ 626 ລ້ານຄົນ ແລະ ມີມູນຄ່າລວມຍອດຜະລິດຕະພັນພາຍໃນ ຫລື GDP ລວມ 2,4 ຕື້ໂດລາສະຫະລັດ.