ຂໍແກ້ມື ! ປາກຽວ ຢາກຊົກກັບ ຟລອຍ ອີກ ພ້ອມເຕືອນອາດເຈັບໜັກຖ້າສູ້ກັບ ຄໍເນີ
ແມນນີ ປາກຽວ ນັກຊົກຊື່ດັງ ລະບຸ ຢາກຊົກກັບ ຟລອຍ ເມເວທເທີ ຈູເນຍ ອີກ ພ້ອມເຕືອນອີກຝ່າຍວ່າ ອາດຈະເຈັບໜັກຖ້າໄປສູ້ກັບ ຄໍເນີ ແມັກເກຣເກີ ດ້ວຍກົດ MMA.
ແມນນີ ປາກຽວ ນັກມວຍຄົນດັງ ກ່າວວ່າ ຕົນຢາກຂຶ້ນຊົກກັບ ຟລອຍ ເມເວທເທີ ຈູເນຍ ອະດີດຍອດກຳປັ້ນຊາວອາເມລິກາອີກເທື່ອໜຶ່ງ ພາຍຫລັງ ປາກຽວ ເຄີຍເສຍໄຊໃຫ້ອີກຝ່າຍໃນປີ 2015.
ປາກຽວ ກັບ ເມເວທເທີ ເຄີຍຄອງຄວາມຍິ່ງໃຫຍ່ໃນວົງການມວຍຈົນຫລາຍຝ່າຍຢາກໃຫ້ພວກເຂົາມາສູ້ກັນອີກ ເຊິ່ງຫລັງຈາກລໍຄອຍມາດົນ ໃນທີ່ສຸດທັງສອງກໍໄດ້ມາພົບກັນເມື່ອປະມານ 3 ປີກ່ອນ ແລະ ກໍໄດ້ຮັບການຍົກຍ້ອງໃຫ້ເປັນໜຶ່ງໃນການຊົກທີ່ຍິ່ງໃຫຍ່ທີ່ສຸດຕະຫລອດການ.
ທ້າຍທີ່ສຸດແລ້ວ ປາກຽວ ເສຍຄະແນນແບບເປັນເອກະພາບ ໂດຍຕອນນັ້ນ ນັກຊົກຈາກຟີລິບປິນສະແດງຄວາມເຊື່ອວ່າ ຄວາມຈິງຕົນໜ້າຈະເປັນຜູ້ຊະນະ ເພາະເບິ່ງວ່າ ເມເວທເທີ ຈູເນຍ ເອົາແຕ່ແລ່ນໄປແລ່ນມາອ້ອມເວທີເປັນຫລັກ ເຊິ່ງນັ້ນເຮັດໃຫ້ ປາກຽວ ຢາກແກ້ມືກັບອີກຝ່າຍໃຫ້ໄດ້.
ນັກຊົກຊາວຟີລິບປິນ ເຊິ່ງມີຕາຕະລາງຂຶ້ນຊົກກັບ ລູຄັສ ແມທິສເຊ ແຊ້ມໂລກຮຸ່ນເວລເຕີເວທຂອງ WBA ຢູ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 15 ກໍລະກົດນີ້ ໃຫ້ສຳພາດກັບ ເວິລ ບ໊ອກຊິງ ນິວ ສື່ວົງການມວຍວ່າ: “ແນ່ນອນຂ້ອຍຢາກຊົກກັບ ຟລອຍ, ຂ້ອຍຫວັງວ່າ ເມເວທເທີ ຈະກັບມາຊົກມວຍອີກ ແລະ ພວກເຮົາຈະໄດ້ສູ້ກັນອີກ”.
ປາກຽວ ເຕືອນ ເມເວທເທີ ອີກວ່າ ມີໂອກາດທີ່ຈະເຈັບຕົວຢ່າງໜັກ ຖ້າຄິດຈະສູ້ກັບ ຄໍເນີ ແມກເກຣເກີ ຍອດນັກສູ້ປະເພດສິລະປະການຕໍ່ສູ້ປ້ອງກັນຕົວແບບປະສົມ (MMA) ດ້ວຍກົດຂອງ MMA ແນ່ນອນ.