ກວດສຸຂະພາບຜົ້ງປາກດ້ວຍຕົນເອງ
ການກວດແຂ້ວຄວນເຮັດຫລັງຈາກຖູແຂ້ວແລ້ວ ການກວດນີ້ຈະເຮັດໃຫ້ເຮົາເຫັນວ່າເຮົາຖູແຂ້ວໄດ້ສະອາດແທ້ຫລືບໍ່, ມີແຂ້ວ ທີ່ເລີ່ມມີຮອຍດຳ ຫລື ເປັນຈຸດແລ້ວຫລືບໍ່ ຫລື ເຫືອກບວມບໍລິເວນໃດແດ່, ມີການອັກເສບເກີດຂຶ້ນຫລືບໍ່ ເຊິ່ງຫາກພົບບັນຫາຈະ ໄດ້ຟ້າວແກ້ໄຂກ່ອນທີ່ຈະມີອາການຮຸນແຮງ, ຈະຊ່ວຍປະຢັດຄ່າໃຊ້ຈ່າຍ, ເວລາ ແລະ ບໍ່ທໍລະມານ.
ວິທີກວດ : ຫລັງຖູແຂ້ວແລ້ວຄວນລ້າງມືໃຫ້ສະອາດກ່ອນ ຈຶ່ງລົງມືກວດຕາມຂັ້ນຕອນດັ່ງນີ້ :
- ກວດແຂ້ວໜ້າເທິງ ແລະ ລຸ່ມ ໂດຍຍິ້ມຍີ່ງແຂ້ວໃສ່ແວ່ນ ໃຫ້ເຫັນແຂ້ວໜ້າເບື້ອງເທິງທັງໝົດ ທັງແຂ້ວ ແລະ ເຫືອກ.
- ກວດແຂ້ວກົກເບື້ອງຕິດກັບແກ້ມ ໂດຍຍິ້ມໃຫ້ກ້ວາງໄປເຖິງແຂ້ວກົກ ອາດໃຊ້ນິ້ວມືຊ່ວຍດຶງແຈສົບເພື່ອໃຫ້ເຫັນໄດ້ແຈ້ງຂຶ້ນ.
- ກວດດ້ານໃນຂອງແຂ້ວລຸ່ມໂດຍກົ້ມໜ້າອ້າປາກກ້ວາງ ຍົກລີ້ນຂຶ້ນເມື່ອກວດເບິ່ງແຂ້ວກົກ.
- ກວດດ້ານຫຍຳ້ຂອງແຂ້ວກົກລຸ່ມ ໂດຍອ້າປາກເບິ່ງດ້ານທີ່ໃຊ້ຫຍຳ້ອາຫານຂອງແຂ້ວລຸ່ມ.
- ກວດແຂ້ວເທິງດ້ານເພດານ ແລະ ດ້ານໃຊ້ຫຍຳ້ ໂດຍເງີຍໜ້າອ້າປາກເບິ່ງໃນແວ່ນ. ສ່ວນແຂ້ວໜ້າດ້ານເພດານອາດໃຊ້ແວ່ນຂະໜາດນ້ອຍແຍງຊ່ວຍສະທ້ອນໃຫ້ເຫັນໃນແວ່ນໃຫຍ່.
– ວິທີກວດເຫືອກ : ເຫືອກປົກກະຕິມີລັກສະນະຂອບບາງ ປົກຄຸມ ແລະ ຕິດກັບຄໍແຂ້ວ, ມີສີບົວຈືດ ຫລື ມີສີຄຳ້ຕາມສີຜິວຂອງແຕ່ລະຄົນ. ເຫືອກອັກເສບຈະເປັນສີແດງເຫລື້ອມ ບໍລິເວນຂອບເຫືອກຈະບວມກວມຄໍແຂ້ວອອກມາ, ແຕ່ບໍ່ຕິດກັບຄໍແຂ້ວ, ເລືອດອອກງ່າຍ ເມື່ອໃຊ້ມືກົດຈະເຈັບ ບາງເທື່ອອາດມີນຳ້ໜອງໄຫລອອກມາ.
– ສາເຫດ : ເກີດຈາກການຂາດການເອົາໃຈໃສ່ເບິ່ງແຍງຮັກສາຜົ້ງປາກ ເຮັດໃຫ້ເຊື້ອຈຸລິນຊີໃນແຜ່ນຄາບຈຸລິນຊີຢູ່ບໍລິເວນ ຂອບເຫືອກຂະຫຍາຍໂຕ ແລະ ປ່ອຍສານພິດອອກມາ. ສານພິດນີ້ຈະຊຶມໄປຕາມຂອບເຫືອກ ຍິ່ງຖ້າມີຫີນປູນໃຕ້ເຫືອກນຳ ການອັກເສບຈະລຸກລາມໄວຂຶ້ນ ຖ້າບໍ່ໄດ້ຮັບການປິ່ນປົວ ບໍລິເວນເນື້ອເຍື່ອ ແລະ ກະດູກທີ່ຫຸ້ມຮາກແຂ້ວຈະຖືກທຳລາຍໄປໃນທີ່ສຸດ ບໍລິເວນທີ່ມີຄາບຈຸລິນຊີຈະເບິ່ງເຫັນໄດ້ແຈ້ງຍິ່ງຂຶ້ນໂດຍການຍ້ອມສີແຂ້ວ.
– ຄວາມຜິດປົກກະຕິໃນຜົ້ງປາກ : ຄວາມຜິດປົກກະຕິອື່ນໆໃນຜົ້ງປາກທີ່ອາດພົບໄດ້ ເຊັ່ນ : ການມີບາດແຜໃນຜົ້ງປາກ ໂດຍ ປົກກະຕິບາດແຜທີ່ມີໂອກາດເປັນໃນຜົ້ງປາກໄດ້ກໍຄືບາດແຜຮ້ອນໃນ, ບາດແຜໃນຜົ້ງປາກລັກສະນະນີ້ຈະເຊົາເອງພາຍໃນ 1 ອາ ທິດ ພຽງແຕ່ຕ້ອງດູແລຮັກສາຄວາມສະອາດໃນຜົ້ງປາກໃຫ້ດີ ຖ້າມີອາການຫລາຍກໍອາດໃຊ້ຢາທາເພື່ອການປິ່ນປົວຕື່ມ ແລະ ເພື່ອຫລຸດອາການປວດ. ສ່ວນຄວາມຜິດປົກກະຕິອື່ນໆ ເຊັ່ນ : ການມີຝ້າຂາວຢູ່ບໍລິເວນລີ້ນ ເຊິ່ງອາດເກີດຈາກການສະສົມຂອງຄາບອາຫານເທິງລີ້ນ ເພາະສະພາບລີ້ນນັ້ນມີຮ່ອງທີ່ເຮັດໃຫ້ເສດອາຫານເຂົ້າໄປຕິດໄດ້ງ່າຍ ຫລື ຂາດການເຮັດຄວາມສະອາດລີ້ນ ຫລື ສະພາບຜົ້ງປາກເປິເປື້ອນ ຝ້າຂາວຖ້າເປັນຫລາຍກໍອາດເຮັດໃຫ້ເກີດການຈະເລີນເຕີບໃຫຍ່ຂອງເຊື້ອລາໄດ້ ແລະ ຄວນສັງເກດ ຫລື ກວດອະໄວຍະວະຜົ້ງປາກຢ່າງສະໝໍ່າສະເໝີ ເພື່ອຈະໄດ້ຮູ້ວ່າມີຄວາມຜິດປົກກະຕິອື່ນໆຫລືບໍ່ທີ່ອາດມີຜົນເຮັດໃຫ້ສຸຂະພາບຜົ້ງປາກບໍ່ດີໄດ້.