ສາເຫດທີ່ນ້ຳນົມໄຫລອອກກ່ອນເຖິງເວລາເກີດລູກ

- 031805 2018 - ສາເຫດທີ່ນ້ຳນົມໄຫລອອກກ່ອນເຖິງເວລາເກີດລູກ
- kitchen vibe - ສາເຫດທີ່ນ້ຳນົມໄຫລອອກກ່ອນເຖິງເວລາເກີດລູກ

ນຳ້ນົມແມ່ເປັນສິ່ງທີ່ມີຄຸນຄ່າກັບລູກ, ແຕ່ແມ່ຍິງຖືພາບາງທ່ານກໍມີບັນຫານຳ້ນົມໄຫລກ່ອນຮອດກຳນົດເກີດລູກ.

     – ຄຳຖາມ : ຂ້ອຍຖືພາໄດ້ 8 ເດືອນແລ້ວ ເລີ່ມມີອາການເບັງເຕົ້ານົມ, ປວດເຄັ່ງເຕົ້ານົມ ແລະ ບາງມື້ມີນຳ້ເຫລືອງໆອອກມາຄືນຳ້ນົມ ເພາະຕາມຄວາມຈິງແລ້ວນຳ້ນົມຈະໄຫລໄດ້ຕ້ອງຫລັງເກີດລູກແລ້ວແມ່ນບໍ່ ? ຄວນຈະເຮັດແນວໃດດີ ເພາະຢ້ານວ່າຈະຜິດປົກກະຕິ ?

- Visit Laos Visit SALANA BOUTIQUE HOTEL - ສາເຫດທີ່ນ້ຳນົມໄຫລອອກກ່ອນເຖິງເວລາເກີດລູກ

     – ຄຳຕອບ : ໂດຍປົກກະຕິນຳ້ນົມຈະໄຫລຫລັງຈາກທີ່ເກີດລູກແລ້ວ ແລະ ຈະໄຫລອອກມາຫລາຍຂຶ້ນເມື່ອຖືກກະຕຸ້ນໂດຍ ການດູດນົມ, ແຕ່ມີແມ່ຍິງຖືພາຈຳນວນໜຶ່ງທີ່ມີນຳ້ນົມໄຫລໃນໄລຍະຖືພາ ທັງນີ້ເປັນຍ້ອນລະດັບຮໍໂມນໂປຣແລກຕິນທີ່ມີປະລິມານຫລາຍໃນຂະນະຖືພາອາດກະຕຸ້ນໃຫ້ມີການສ້າງ ແລະ ຫລັ່ງນຳ້ນົມໄດ້ ເຮັດໃຫ້ມີນຳ້ນົມໄຫລອອກມາກ່ອນເກີດລູກ ເຊິ່ງບໍ່ແມ່ນເລື່ອງຜິດປົກກະຕິຫຍັງ.

ທັງນີ້ ທ່ານຄວນຫລີກເວັ້ນການບີບ, ຈັບ ຫລື ກົດບໍລິເວນຫົວນົມເລື້ອຍໆ ເພື່ອເບິ່ງຄວາມຜິດປົກກະຕິຂອງການໄຫລຂອງນຳ້ນົມ ເພາະອາດຈະເປັນການກະຕຸ້ນໃຫ້ມີນຳ້ນົມໄຫລອອກມາຫລາຍຂຶ້ນ. ນອກຈາກນີ້, ການບີບຈັບຫົວນົມເລື້ອຍໆອາດຈະເຮັດໃຫ້ເກີດຄວາມສ່ຽງຕໍ່ການຫົດຮັດໂຕຂອງມົດລູກຈົນເກີດອາການເຈັບທ້ອງເກີດລູກກ່ອນກຳນົດໄດ້.

ໃນກໍລະນີທີ່ທ່ານມີອາການອື່ນຮ່ວມນຳ ເຊັ່ນ : ເຈັບຫົວ, ຕາມົວ, ເບິ່ງບໍ່ເຫັນພາບໄດ້ແຈ້ງ ຫລື ເຫັນ ພາບຊ້ອນ ຄວນແຈ້ງໃຫ້ແພດຮູ້ນຳ ເພາະອາດຈະມີຄວາມຜິດປົກກະຕິອື່ນທີ່ພົບຮ່ວມກັບການໄຫລຂອງນຳ້ນົມໄດ້ນຳ ເຊັ່ນ : ມີຄວາມຜິດປົກກະຕິຢູ່ຕ່ອມໃຕ້ສະໝອງ, ແຕ່ມັກພົບໃນໄລຍະທ່ີບໍ່ຖືພາ.

- 4 - ສາເຫດທີ່ນ້ຳນົມໄຫລອອກກ່ອນເຖິງເວລາເກີດລູກ
- 3 - ສາເຫດທີ່ນ້ຳນົມໄຫລອອກກ່ອນເຖິງເວລາເກີດລູກ
- 5 - ສາເຫດທີ່ນ້ຳນົມໄຫລອອກກ່ອນເຖິງເວລາເກີດລູກ