ຮອງລັດຖະມົນຕີກະສິກຳ ແລະ ປ່າໄມ້ລົງຊີ້ນຳການກຳຈັດຕັກແຕນຝູງໄມ້ປ່ອງຢູ່ແຂວງຫົວພັນ
ໃນທ້າຍອາທິດຜ່ານມາ, ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ການກໍາຈັດຕັກແຕນຝຸງໄມ້ປ່ອງ ຢູ່ເມືອງຮ້ຽມ, ແຂວງຫົວພັນ ໂດຍການຕ້ອນຮັບຂອງ ທ່ານ ລາຄອນ ວົງລາສີ ຮອງເຈົ້າເມືອງ-ເມືອງຮ້ຽມ.
ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ ເມືອງຮ້ຽມ ໄດ້ລາຍງານສະພາບດັ່ງກ່າວວ່າ: ຜ່ານການສໍາຫຼວດຕົວຈິງພົບວ່າທົ່ວເມືອງ ມີຈຸດວາງໄຂ່ຂອງຕັກແຕນ 30 ຈຸດ, ໃນເນື້ອທີ່ 85,2 ເຮັກຕາ ໃນ 9 ບ້ານ, ແລະ ໄດ້ລົງຊຸກຍູ້ປຸກລະດົມ ແລະ ນໍາພາປະຊາຊົນຢູ່ແຕ່ລະບ້ານ ຊອກຂຸດໄຂ່ຕັກແຕນ ໄດ້ຈໍານວນ 51 ກິໂລ ພ້ອມທັງເກັບຊື້ນໍາປະຊາຊົນໃນລາຄາ 1 ກິໂລ/50.000 ກີບ. ປັດຈຸບັນ, ພື້ນທີ່ມີການເບາະເປັນຕົວອ່ອນແລ້ວພົບເຫັນ 6 ຈຸດ, ເນື້ອທີ່ລະບາດປະມານ 85 ເຮັກຕາ ຊື່ງເປັນເຂດປ່າໄມ້ປ່ອງ ແລະ ໄດ້ລົງສີດຢາ 2 ຈຸດ ມີເນື້ອທີ່ 15,5 ເຮັກຕາ, ເຫຼືອອີກ 4 ຈຸດ ຈະສືບຕໍ່ສີດໃນຕໍ່ໜ້າ. ດ້ານຂໍ້ຫຍຸ້ງຍາກໃນການປາບຕັກແຕນຝຸງໄມ້ປ່ອງນີ້ ແມ່ນງົບປະມານຍັງບໍ່ທັນພຽງພໍຕາມແຜນການ ແລະ ຂາດພາຫະນະຮັບໃຊ້. ໃນທີ່ປະຊຸມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ຖອດກອນບົດຮຽນ ແລະຮັບຟັງຄໍາສະເໜີຂອງວິຊາການກ່ຽວຂ້ອງອື່ນໆ.
ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໃຫ້ພະແນກກະສິກໍາ ແລະປ່າໄມ້ ແຂວງ ຕ້ອງໄດ້ເອົາໃຈໃສ່ລົງຕິດຕາມຢ່າງໃກ້ຊິດ ເພື່ອເກັບກໍາຂໍ້ມູນພື້ນທີ່ທີ່ມີການລະບາດຢ່າງລະອຽດ ພ້ອມທັງຫາວິທີກໍາຈັດຊ່ວຍປະຊາຊົນໃນເຂດທີ່ມີການລະບາດນັ້ນ, ພ້ອມໄດ້ ສະເໜີໃຫ້ມີການຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງເມືອງຕໍ່ເມືອງ ເພື່ອຫາວິທີກໍາຈັດຮ່ວມກັນ ຕິດພັນກັບການໂຄສະນາໃຫ້ປະຊາຊົນໃນເຂດບ້ານດັ່ງກ່າວເປັນເຈົ້າການຮ່ວມກັນກຳຈັດສັດຕູພຶດດັ່ງກ່າວໃຫ້ແຂງແຮງກ່ວາເກົ່າ.