ປ່າໄມ້ອາດຖືກດັບສູນ ຍ້ອນກຳມະສິດຂອງບຸກຄົນ

- 552 - ປ່າໄມ້ອາດຖືກດັບສູນ ຍ້ອນກຳມະສິດຂອງບຸກຄົນ
- kitchen vibe - ປ່າໄມ້ອາດຖືກດັບສູນ ຍ້ອນກຳມະສິດຂອງບຸກຄົນ

ໂດຍ: ທິດກ່ຳ    

ໃນສະພາບຕົວຈິງ ແລະ ຕາມເງື່ອນໄຂຂອງປະເທດ ເຮົາ, ໃນໄລຍະຜ່ານມາ ບັນ ຫາການຫັນເອົາທີ່ດິນເປັນ ກຳມະສິດຂອງບຸກຄົນແມ່ນ ມີຢ່າງຫລວງຫລາຍພາຍ ມາກ, ນັບທັງການຈັບຈອງ, ຢຶດຈ່ອງ ແລະ ການຊື້ຂາຍ ປ່າດົງດິບ, ຂາຍດິນດອນ ຕອນຫຍ້າ, ໃຫ້ເປັນກຳມະສິດ ສ່ວນຕົວ.

- Visit Laos Visit SALANA BOUTIQUE HOTEL - ປ່າໄມ້ອາດຖືກດັບສູນ ຍ້ອນກຳມະສິດຂອງບຸກຄົນ

ລາວເພີ່ມທະວີການຄຸ້ມຄອງປ່າໄມ້

ຈົ່ງສ້າງຂະບວນການປູກຕົ້ນໄມ້ໃຫ້ມີປະສິດທິຜົນ

ນອກຈາກສິ່ງ ທີ່ກ່າວ ມານີ້ແລ້ວ, ບັນຫາການຂັດ ແຍ່ງເລື່ອງທີ່ດິນກໍມີມາກ ມາຍກ່າຍກອງ ແລະ ສັບສົນ ພໍຄວນ, ຕົວຢ່າງ ບ່ອນໃດທີ່ ເປັນດິນລັດ, ດິນຫລວງ ພັກ- ລັດຖະບານກໍມີນະໂຍບາຍ ແບ່ງປັນໃຫ້ພະນັກງານ, ນັກ ຮົບຜູ້ທີ່ມີຜົນງານ ແລະ ມີຄຸນ ງາມຄວາມດີຕໍ່ປະເທດຊາດ ບ້ານເມືອງ ຫລື ວ່າປະຊາຊົນ ຜູ້ທຸກຍາກ, ອັນນີ້ຖືວ່າເປັນ ແນວທາງທີ່ຖືກຕ້ອງສອດ ຄ່ອງ ແລະ ເປັນທຳທີ່ສຸດສຳ ລັບຜູ້ເປັນຫລັກເສົາຄ້ຳຂອງ ບ້ານເມືອງ.

ແຕ່ສິ່ງທີ່ຜິດພາດ ເຊິ່ງ ກາຍມາເປັນປະກົດການຫຍໍ້ທໍ້ ແລະ ຖືວ່າເປັນການສໍ້ ລາດບັງຫລວງນັ້ນ, ມີຂັ້ນນຳ ແລະ ພະນັກງານໃນຂະ ແໜງ ການທີ່ກ່ຽວຂ້ອງຈຳນວນບໍ່ໜ້ອຍໄດ້ພາກັນສວຍໃຊ້ຖາ ນະຕຳແໜ່ງ ແລະ ໜ້າທີ່ຂອງ ຕົນເພື່ອຈັບຈອງ, ຢຶດຈ່ອງ ເອົາດິນລັດດິນຫລວງໄປເປັນກຳມະສິດຂອງຕົນ, ແລ້ວໄປ ຂາຍແບບບໍ່ມີກຳນົດກົດເກນ, ເທົ່າທີ່ເຫັນຜ່ານມາ, ບາງຄົນ ໄດ້ເປັນຫ້າເປັນສິບບ່ອນ, ຜູ້ລະ ຮ້ອຍຜູ້ລະພັນ ແລະ ຜູ້ລະໝື່ນ, ຜູ້ລະແສນເຮັກຕາ, ຈົນເຂົາ ຊ່າກັນວ່າໄປທາງໃດກໍມີແຕ່ ດິນເພິ່ນ, ຍິ່ງໄປກວ່ານັ້ນ, ບາງບ່ອນຂາຍຮອດຫ້ອງ ການສຳນັກງານອົງການທີ່ ຕົນເຄີຍຝັງສາຍແຫ່, ແຜ່ສາຍ ບື, ອ້າງ ແລະ ແອບແຝງວ່າ ຫັນຊັບເປັນທຶນເພື່ອ ຜົນປະ ໂຫຍດຂອງຕົນເອງ ແລະ ພວກພ້ອງ,ໂດຍບໍ່ຄຳນຶງເຖິງການອະນຸລັກຮັກສາ, ສິ່ງ ທີ່ມີຄຸນຄ່າລາຄາ ຫລື ຜົນ ປະໂຫຍດເບື້ອງລັດ ແລະ ລວມໝູ່.

ດ້ວຍສາເຫດດັ່ງກ່າວ, ຈຶ່ງເວົ້າໄດ້ວ່າ: ຄວາມມັ່ງຄັ່ງ ແລະ ຄວາມອຸດົມສົມບູນຂອງ ແຫລ່ງຊັບສິນທີ່ເກີດມາຈາກຄວາມບົ່ມຊ້ອນພາຍໃນ-ພາຍນອກມັນຈຶ່ງນັບມື້ກຸດຫ້ຽນໄປໂດຍທີ່ບໍ່ມີຈຸດມີຈ້ຳ.

ອັນສຳຄັນທີ່ສຸດຄືແຫລ່ງທຳມະຊາດ ແລະ ສິ່ງແວດ ລ້ອມ, ອາກາດທີ່ສົດໃສນັບ ທັງຊັບສິນເງິນຄຳທີ່ບົ່ມຊ້ອນຂອງລັດຂອງຫລວງນັ້ນ, ມັນ ກໍນັບມື້ຮົ່ວໄຫລຄືຖອກນ້ຳໃສ່ ຫົວເປັດແລ້ວກໍໄປໂຮມຢູ່ຖົງ ຂອງຜູ້ໃດໜຶ່ງ, ນີ້ຄືສັດຈະ ທຳທີ່ສະແດງໃຫ້ເຫັນເຖິງ ຄວາມບໍ່ຍຸຕິທຳຂອງບຸກຄົນ ແລະ ກຸ່ມຄົນທີ່ຄິດເຫັນ ແຕ່ຜົນປະໂຫຍດເບື້ອງຕົນ ເອງ ໂດຍບໍ່ຄຳນຶງເຖິງຜົນປະ ໂຫຍດຂອງຄົນອື່ນ ແລະ ປະ ເທດຊາດໃຜຊິຕາຍຊິຍັງ ແນວໃດກໍບໍ່ກ່ຽວຂໍພຽງແຕ່ ວ່າ:“ ກູໄດ້, ກູມີ ” ເຊິ່ງອັນນີ້, ກໍຍິ່ງແມ່ນການສໍ້ລາດບັງ ຫລວງທີ່ເປັນອັນຕະລາຍ ຮ້າຍກາດຂອງບຸກຄົນ ແລະ ກຸ່ມຄົນທີ່ສວຍໂອກາດສ້າງ ຄວາມຮັ່ງຄັ່ງດ້ວຍການຂາຍຊັບສິນຂອງລັດ, ຂອງປະ ເທດຊາດ, ບ້ານເມືອງແບບ ໝີກິນເຜິ້ງ.

ຈາກສະພາບທີ່ເປັນມາ ຄືດັ່ງວ່ານີ້, ພັກ ແລະ ລັດຖະ ບານ,ໃນຊຸດປັດຈຸບັນ ຈຶ່ງຫລິງ ເຫັນ ແລະ ມີຄວາມຈຳເປັນ ຕ້ອງໄດ້ສ້າງນິຕິກຳຫລາຍ ສະບັບອອກ ມາເພື່ອເປັນການ ຕ້ານ ແລະ ສະກັດກັ້ນພວກ ມັດຈຸລາດ ທີ່ເປັນໂຕໂຂ້ໂຫ້ລ.
ບັນດານິຕິກຳທີ່ເປັນ ຄ້ອນຕະບອງເພັດກໍໄດ້ແກ່ ຄຳສັ່ງເລກທີ 15/ນຍ ແລະ ນິຕິກຳອື່ນໆ ທີ່ພົວພັນເຖິງ ປ່າໄມ້ ແລະ ດິນດອນຕອນ ຫຍ້າ, ຕາມທິດກ່ຳຄິດ, ໃນຂັ້ນ ຕໍ່ໄປຖ້າພວກເຮົາຫາກພາກັນປະປ່ອຍລະເຫຼິງນັບທັງບໍ່ມີ ມາດຕະການອັນສຽບຂາດ ສອດຄ່ອງທາງດ້ານກົດໝາຍຜືນດິນ ແລະ ປ່າຈະຖືກດັບ ສູນຍ້ອນຫັນກຳມະສິດທີ່ບໍ່ມີ ເມືອງພໍດັ່ງກ່າວ./.

- 552 - ປ່າໄມ້ອາດຖືກດັບສູນ ຍ້ອນກຳມະສິດຂອງບຸກຄົນ
(ພາບປະກອບ)

- 4 - ປ່າໄມ້ອາດຖືກດັບສູນ ຍ້ອນກຳມະສິດຂອງບຸກຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!