ຫົວພັນສະຫລອງ 10 ປີ ໜ່ວຍແກ້ວຫລັກເມືອງ
ພິທີສະເຫລີມສະຫລອງໜ່ວຍແກ້ວຫລັກເມືອງຄົບຮອບ 10 ປີ ແລະ ເປີດປີທ່ອງທ່ຽວລາວ 2018 ຂອງແຂວງຫົວພັນໄດ້ຈັດຂຶ້ນຢ່າງຟົດຟື້ນໃນວັນທີ 18 ພຶດສະພານີ້, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຊີ້ນໍາລະດັບຊາດຂອງປີທ່ອງທ່ຽວລາວ 2018, ເຊິ່ງມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ພ້ອມດ້ວຍແຂກຖືກເຊີນຈາກແຂວງແຮກສ່ຽວ ສສ ຫວຽດນາມ ແລະ ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.
ໃນພິທີ, ທ່ານຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ, ໄດ້ລາຍງານໃຫ້ຊາບວ່າ: ໜ່ວຍແກ້ວຫລັກເມືອງ, ໄດ້ຮັບການສ້າງຂຶ້ນໃນປີ 2005 ແລະ ສຳເລັດໃນປີ 2008 ແລະ ທຸກໆປີຜ່ານມາກໍໄດ້ມີການສະເຫລີມສະຫລອງຄົບງັນຢ່າງເປັນຂະບວນຟົດຟື້ນ, ອັນໄດ້ກາຍເປັນສະຖາປັດຕະຍະກຳແຫ່ງຍຸກສະໄໝ ຕິດພັນກັບມູນເຊື້ອປະຫວັດສາດ ແລະ ວັດທະນະທຳອັນດີງາມຂອງແຂວງຫົວພັນ, ເປັນສັນຍາລັກ ແລະ ສິ່ງສັກສິດສຳຄັນໜຶ່ງທີ່ສະແດງເຖິງຄວາມຮູ້ບຸນຄຸນຕໍ່ວີລະກຳອັນລ້ຳເລີດຂອງບັນພະບູລຸດ, ພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ, ເພື່ອແຜ່ນດິນຂອງແຂວງຫົວພັນ. ທັງຍັງເປັນການຢັ້ງຢືນເຖິງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ມີຄວາມຮັກຫອມຕ້ອມຕູ້ມທີ່ເປັນປຶກແຜ່ນແໜ້ນໜາ, ມີວັດທະນະທຳ, ຮີດຄອງປະເພນີ, ຂະໜົບທຳນຽມອັນດີງາມ ແລະ ມີນ້ຳໃຈເດັດດ່ຽວອົງອາດກ້າຫານຕໍ່ສູ້ບໍ່ຍອມຈຳນົນມາແຕ່ດຶກດຳບັນ, ດັ່ງຄຳຂວັນ ທີ່ບັນທຶກໄວ້ໃນເສົາໜ່ວຍແກ້ວຫຼັກເມືອງວ່າ “ຢູ່ຮ່ວມກັນຢ່າງສັນຕິສຸກ, ບຸກບືນສ້າງສາຄວາມຈະເລີນ, ປົກຄອງບ້ານເມືອງດ້ວຍຄວາມຍຸຕິທຳ, ນຳພາປະຊາຊົນຢູ່ເຢັນເປັນສຸກ”.
ການຈັດງານໃນຄັ້ງນີ້, ມີຫລາຍກິດຈະກຳ ເປັນຕົ້ນ ການຕັ້ງກອງບຸນຂອງການນຳແຂວງ, ພະແນກການ ແລະ ເມືອງຕ່າງໆ, ຕົ້ນກາລະພຶກຈາກບ້ານອ້ອມຂ້າງ, ການຈັດງານຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າ, ຜະລິດຕະພັນການທ່ອງທ່ຽວ, ເທດສະການອາຫານພື້ນເມືອງ, ການສະແດງສີລະປະວັນນະຄະດີ, ການແຂ່ງຂັນກີລາມວນຊົນ, ຍ່າງເພື່ອສຸຂະພາບ ແລະ ຂະບວນຄາລາວານທ່ອງທ່ຽວຜາຖີ່.
ໃນພິທີເປີດ, ທ່ານ ວັນໄຊ ແພງຊຸມມາ ກໍ່ໄດ້ກ່າວວ່າ: ແຂວງຫົວພັນ ເປັນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ພູຜາປ່າໄມ້, ອາກາດຊຸມເຢັນ, ເປັນແຂວງວິລະຊົນ, ເຄີຍເປັນທີ່ໝັ້ນຂອງການປະຕິວັດລາວ. ປະຊາຊົນ ມີນ້ຳໃຈສາມັກຄີ, ເອື້ອເຟື້ອເພື່ອແຜ່, ໂອບເອື້ອອາລີ, ມີແຫລ່ງທ່ອງທ່ຽວທີ່ຫລາກຫລາຍ ແລະ ໜ້າປະທັບໃຈ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນມາຍັງບັນດາແຂກພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວແຂວງຫົວພັນ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກ.