ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຄືບໜ້າເກືອບ 60%
ເມື່ອທ້າຍອາທິດຜ່ານມານີ້, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ພ້ອມຄະນະ, ໄດ້ລົງໄປຕິດຕາມກວດກາ ແລະ ຊຸກຍູ້ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຢູ່ເມືອງໂຂງແຂວງຈຳປາສັກ ແລະ ໄດ້ຮັບຟັງລາຍງານຈາກທ່ານ ຊີມ ຊີ ເຊັງ (Zim See Seng) ຫົວໜ້າວິສາວະກອນປະຈຳພາກສະໜາມຂອງໂຄງການດັ່ງກ່າວວ່າ: ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ 59% ແລະ ຄາດວ່າຈະກໍ່ສ້າງສຳເລັດ ແລະ ຈະສາມາດຜະລິດ-ຂາຍໄຟຟ້າໃນທ້າຍປີ 2019 ເປັນຕົ້ນໄປ. ເຂື່ອນແຫ່ງນີ້, ມີກຳລັງຕິດຕັ້ງ 260 ເມກາວັດ (MW) ແລະ ສາມາດຜະລິດກະແສໄຟຟ້າໄດ້ 2.000 Gwhຕໍ່ປີ ແລະ ສາມາດສະໜອງກະແສ ໄຟຟ້າໃຫ້ປະຊາຊົນໃນບັນດາແຂວງພາກໃຕ້ໄດ້ຊົມໃຊ້ຢ່າງພຽງພໍ ແລະ ສົ່ງອອກໄປຕ່າງປະເທດຈໍານວນໜຶ່ງ.
ທ່ານຫົວໜ້າວິສະວະກອນດັ່ງກ່າວ ໃຫ້ຮູ້ຕື່ມວ່າ: ໂຄງການນີ້, ແມ່ນ ບໍລິສັດໄຟຟ້າດອນສະໂຮງໄດ້ຮັບສິດພັດທະນາ ແລະ ສຳປະທານຈາກລັດຖະ ບານໃນໄລຍະເວລາ 25 ປີ, ພ້ອມທັງມີກອງທຶນພັດທະນາທ້ອງຖິ່ນ 1 ລ້ານໂດລາສະຫະລັດຕໍ່ປີ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊີ້ນໍາໃຫ້ເຈົ້າຂອງໂຄງການເອົາໃຈໃສ່ກໍ່ສ້າງໂຄງການໃຫ້ສໍາເລັດຕາມແຜນການວາງໄວ້, ພ້ອມທັງຮັບປະກັນດ້ານສິ່ງແວດລ້ອມ-ສັງຄົມ, ກໍຄືການດໍາເນີນງານຕາມລະບຽບກົດໝາຍກ່ຽວຂ້ອງຕ່າງໆຢ່າງເຂັ້ມງວດ ເພື່ອນໍາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດມີຄວາມຮຸ່ງເຮືອງສີວິໄລ.