ຝຶກອົບຮົມການຜະລິດຮູບເງົາສັ້ນ ໃຫ້ນັກສ້າງຮູບເງົາໜຸ່ມ
ເມື່ອບໍ່ດົນມານີ້, ກົມຮູບ ເງົາ, ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດໂຄງການ ຝືກອົບຮົມການຜະລິດ ແລະ ແຂ່ງຂັນຮູບເງົາ ເລື່ອງສັ້ນ ພາຍໃຕ້ຫົວຂໍ້ “ຊີວິດ” ໂດຍ ການເຂົ້າຮ່ວມຂອງທ່ານ ຫົວ ໜ້າກົມດັ່ງກ່າວ ແລະ ສະ ມາຊິກຊາວໜຸ່ມທົ່ວກົມຮູບ ເງົາເຂົ້າຮ່ວມ.
+ ຮູບເງົາເລື່ອງດອກຈຳປາບານຈະເປີດສາຍຮອບປະຖົມມະເລີກໃນໄວໆນີ້
+ ເທດສະການຮູບເງົາດີເດັ່ນຂອງຈີນໄຂຂຶ້ນທີ່ນະຄອນຫລວງວຽງຈັນ
ໂຄງການດັ່ງກ່າວນີ້ ແມ່ນໄດ້ດຳເນີນໄປຕັ້ງແຕ່ ວັນທີ 22 ພຶດສະພາ ເຖິງ 30 ມິຖຸນາ ໂດຍມີພະນັກງານ ອາວຸໂສຂອງກົມຮູບເງົາ ເປັນວິທະຍາກອນ ສິດສອນວິ ຊາຕ່າງໆກ່ຽວກັບການຜະ ລິດຮູບເງົາເຊັ່ນວ່າ: ວິຊາ ຂຽນບົດ, ກຳກັບ, ຖ່າຍທຳ ແລະ ວິຊາຕັດຕໍ່ ໃຫ້ແກ່ຊາວ ໜຸ່ມຜູ້ເຂົ້າຮ່ວມຝືກອົບຮົມ ແລ້ວກໍ່ຈະໄດ້ຜະລິດຮູບເງົາ ເລື່ອງສັ້ນ ກ່ຽວກັບ ຊີວິດ ເພຶ່ອ ຮ່ວມແຂ່ງຂັນ ທີ່ຈະປະກາດ ຜົນໃນວັນທີ 30 ມິຖຸນານີ້.
ຫົວໜ້າກົມຮູບເງົາ ໃຫ້ຮູ້ ວ່າ: ປັດຈຸບັນການສ້າງຮູບ ເງົາຢູ່ລາວແມ່ນມີການພັດ ທະນາ ແລະ ເຕີບໃຫຍ່ເປັນ ກ້າວໆມາ. ຊຶ່ງມີນັກສ້າງຮູບ ເງົາທັງຊາວໜຸ່ມ ແລະ ຜູ້ມີປະ ສົບການທີ່ຜະລິດຮູບເງົາ ອອກສາຍສູ່ສັງຄົມຕະຫລອດ ມາ, ແຕ່ຄຽງຄູ່ກັນນັ້ນກໍຍັງ ເຫັນວ່າ: ປະສົບການນັກ ສ້າງຮູບເງົາລາວ ຍັງບໍ່ທັນ ທຽບເທົ່າສາກົນ ໂດຍສະ ເພາະນັກສ້າງຮູບເງົາໜຸ່ມ ສະນັ້ນ ຈຶ່ງໄດ້ມີການຮ່ວມມື ກັບຫລາຍພາກສ່ວນສະໜັບ ສະໜູນສົ່ງເສີມ, ຜ່ານມາ ກໍມີ ສປ ຈີນ ແລະ ບັນດາປະເທດ ໃກ້ຄຽງໃຫ້ການຊ່ວຍ ເຫລືອ ໃນການພັດທະນານັກສ້າງ ຮູບເງົາລາວໃຫ້ສາມາດພັດທະນາຕົນເອງທຽບເທົ່າກັບສາກົນເທື່ອລະກ້າວ./.