ຊີດານ ບອກ ຣີລ ມາດຣິດ ພ້ອມແລ້ວນັດຊີງ ຢູຟາ ກັບ ລິເວີພູລ
May 22, 2018 - 5:11 PM
ຊີເນດິນ ຊີດານ ຜູ້ຈັດການທີມຂອງ ຣີລ ມາດຣີດ ບອກວ່າ: ຣາຊັນຊຸດຂາວ (ຣີລ ມາດຣິດ) ພ້ອມແລ້ວສຳລັບນັດຊິງຊະນະເລີດໃນສືກຢູຟາ ແຊມປ້ຽນລີກ ທີ່ຈະພົບກັບ ລີເວີພູລ ໃນວັນທີ 26 ພຶດສະພານີ້ ຫຼັງຈາກຕົ້ນສັງກັດບຸກໄປສະເໝີກັບ ບີຍາເຣອັລ ໃນເກມນັດສຸດທ້າຍຂອງລະດູການນີ້ ໃນວັນທີ 19 ພຶດສະພາຜ່ານມາ. ພ້ອມລະບຸວ່າ: ໃນຕອນນີ້ຍັງບໍ່ມີລາຍຊຶ່ນັກເຕະທີ່ຈະລົງຕົວຈິງໃນຫົວເທື່ອ ແຕ່ຍອມຮັບວ່າເປັນເລື່ອງດີທີ່ນັກເຕະບໍ່ໄດ້ຮັບອາການບາດເຈັບໃນນັດສຸດທ້າຍທີ່ຜ່ານມານີ້.