ເມສຊີ ນຳທີມ 23 ນັກເຕະ ອາເຈນຕິນາ ຊຸດລຸຍບານໂລກ 2018
ອາເຈນຕິນາ ເປີດເຜີຍລາຍຊື່ 23 ຄົນສຸດທ້າຍລຸຍບານໂລກ 2018 ທີ່ຣັດເຊຍອອກມາແລ້ວ ໂດຍມີ ລິໂອເນສ ເມສຊີ ນຳທີມ ລວມເຖິງ ເປົາໂລ ດີບາລ່າ ຈາກຢູເວນຕຸສ, ແຕ່ວ່າ ເມົາໂຣ ອິຄາດີ ບໍ່ມີຊື່ຕິດທີມຊຸດນີ້.
ອາເຈນຕິນາ ຢູ່ກຸ່ມ D ຮ່ວມກັບ ໄອແລນ, ໂຄຣເອເຊຍ ແລະ ໄນຈີເຣຍ ໂດຍ 23 ລາຍຊື່ທີມ ອາເຈນຕິນາ ປະກອບມີ: ຜູ້ຮັກສາປະຕູ: ເຊຄິໂອ ໂຣເມໂຣ່ ວິລລີ ກາບາເຢໂຣ, ຟຣານໂກ ອາມານີ. ກອງຫລັງ: ກາບຣຽລ ເມກາໂກ, ຄຣິສຕຽນ ອັນຊັລດີ, ນິໂກລັສ ໂອຕາເມນດີ, ເຟເດຣິໂກ ຟາຊິໂອ, ມາກອສ ໂຣໂຮ, ນິໂກລັສ ຕາຢາຟີໂຄ ແລະ ມາກອສ ອະຄູນຢາ. ກອງກາງ: ຮາເວຍ ມາສເຄຣາໂນ, ເອດູອາໂດ ຊັລບິໂອ, ລູກັສ ບິຢາ, ໂຈວານີ ໂລ ເຊລໂຊ, ເອເບ ບາເນກາ, ມານູເອລ ລັນຊິນີ, ມັກຊິມິລິອາໂນ ເມຊາ, ອັງເຄລ ດິ ມາເຣຍ ແລະ ຄຣິສຕຽນ ປາບອນ. ກອງໜ້າ: ລິໂອເນລ ເມສຊີ, ເປົາໂລ ດີບາລາ, ກອນຊາໂລ ອິນກວາອິນ ແລະ ເຊຄິໂອ ອະເກວໂຣ.