ການປູກກ້ວຍເປັນສິນຄ້າຢູ່ລາວ ຍັງພົບບັນຫາຫລາຍດ້ານ
ກວງຊວງ ອຸດສາຫະກຳ ແລະ ການຄ້າ ເປີດເຜີຍວ່າ: ການປູກກ້ວຍເພື່ອເປັນສິນຄ້າ ເປັນຍຸດທະສາດອັນດີ ເພື່ອສ້າງລາຍຮັບໃຫ້ແກ່ຊາວກະສິກອນໃນເຂດຊົນນະບົດ ລາວເຮົາ, ແຕ່ມັນກໍຍັງສົ່ງຜົນກະທົບທາງລົບຕໍ່ສຸຂະພາບຂອງປະຊາຊົນ ແລະ ຄຸນນະພາບດິນປູກຝັງ.
ໃນຄວາມເປັນຈິງການປູກກ້ວຍເພື່ອເປັນສິນຄ້າ ແມ່ນການເພີ່ມປະລິມານ ແລະ ຄຸນນະພາບຂອງຜົນໂດຍນໍາໃຊ້ປັດໄຈການຜະລິດທີ່ມີຄຸນນະ ພາບດີເຂົ້າໃນຂະບວນການຜະລິດ ແລະ ມີຕະຫຼາດທີ່ແນ່ນອນເພື່ອຮອງຮັບຜົນຜະລິດດັ່ງກ່າວ. ແຕ່ໃນປັດຈຸບັນການປູກກ້ວຍເປັນສິນຄ້າສ່ວນຫຼາຍ ແມ່ນອີງຕາມນະໂຍບາຍການຜະລິດກະສິກໍາຕາມສັນຍາ ໃນຮູບແບບ “2+3” ເຊິ່ງເປັນການຕົກລົງກັນ ລະຫວ່າງ ຊາວກະສິກອນ ແລະ ນັກລົງທຶນ, ໂດຍຊາວກະສິກອນຈະເປັນຜູ້ປະກອບສ່ວນດ້ານແຮງງານ ແລະ ທີ່ດິນປູກຝັງ, ສ່ວນນັກລົງທຶນ ຈະປະກອບສ່ວນດ້ານປັດໄຈການຜະລິດ, ເຕັກນິກການຜະລິດ ແລະ ຕະຫຼາດ.
ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການປູກກ້ວຍເປັນສິນຄ້າຢູ່ລາວເຮົາ, ໄດ້ສ້າງຜົນປະໂຫຍດທາງເສດຖະກິດຢ່າງໜ້າເພິ່ງພໍໃຈ, ຊຶ່ງໝາກຜົນອັນພົ້ນເດັ່ນ ແມ່ນການດຶງດູດເອົານັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນສົ່ງເສີມຊາວກະສິກອນລາວ ປູກກ້ວຍເພື່ອສົ່ງອອກຄື: ຢູ່ເຂດພາກ ເໜືອມີ ແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະ ແຂວງອຸດົມໄຊ. ໃນໄລຍະເວລາພຽງ 4 ປີ, ມູນຄ່າການສົ່ງອອກໝາກກ້ວຍໄດ້ເພີ່ມຂຶ້ນປະມານ 10 ເທົ່າ, ຈາກ 3,8 ລ້ານໂດລາ ໃນສົກປີ 2011-12 ມາເປັນ 40 ລ້ານໂດລາ ໃນສົກປີ 2014-15. ຕະຫຼາດສົ່ງອອກຕົ້ນຕໍ ແມ່ນ ສປ ຈີນ ແລະ ໄທ. ໃນສອງຕະຫຼາດດັ່ງກ່າວ, ການສົ່ງອອກ ໄປ ສປ ຈີນ ໄດ້ເພີ່ມຂຶ້ນຢ່າງໄວ ເຊິ່ງກໍ່ໃຫ້ເກີດການປ່ຽນແປງໂຄງປະກອບຂອງຕະຫຼາດ ຈາກການສົ່ງອອກໝາກກ້ວຍທີ່ເນັ້ນໃສ່ຕະຫຼາດຂອງ ໄທ ໃນເມື່ອກ່ອນ ມາເປັນຕະຫຼາດຂອງ ສປ ຈີນ ໃນປັດຈຸບັນ ແລະ ໄດ້ເພີ່ມຂຶ້ນ ຈາກ 42% ຂອງມູນຄ່າການສົ່ງອອກໝາກກ້ວຍທັງໝົດ ໃນສົກປີ 2011-12 ມາເປັນ 88% ໃນສົກປີ 2014-15. ການສົ່ງອອກດັ່ງກ່າວ ຄາດວ່າ ຈະມີແນວໂນ້ມເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ແນວໃດກໍດີເຖິງວ່າ: ຜົນປະໂຫຍດທາງເສດຖະກິດຈາກການປູກກ້ວຍເພື່ອສົ່ງອອກ ມີຫຼາຍ, ຜົນປະໂຫຍດດັ່ງກ່າວ ໄດ້ຖືກແຈກຢາຍໃຫ້ຜູ້ມີສ່ວນຮ່ວມໃນການຜະລິດ ຢ່າງບໍ່ເທົ່າທຽມກັນ. ອີງຕາມຜົນການຄົ້ນຄວ້າເບື້ອງຕົ້ນ ຂອງສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ ກ່ຽວກັບ ການປູກກ້ວຍເພື່ອເປັນສິນຄ້າ ຢູ່ ສປປ ລາວ ໃນປີ 2016, ຜູ້ມີສ່ວນຮ່ວມໃນການຜະລິດ ປະກອບດ້ວຍ ນັກລົງທຶນຈີນ, ຜູ້ໃຫ້ເຊົ່າທີ່ດິນ ແລະ ກໍາມະກອນໃນສວນກ້ວຍ. ໃນກໍລະນີຂອງແຂວງຫຼວງນໍ້າທາ, ນັກລົງທຶນທີ່ສົ່ງເສີມການປູກກ້ວຍ ມີຜົນໄດ້ຮັບສຸດທິຈາກການປູກກ້ວຍ ປະມານ 20 ລ້ານກີບ/ເຮັກຕາ/ປີ; ຜູ້ໃຫ້ເຊົ່າທີ່ດິນປູກກ້ວຍ ມີລາຍຮັບປະມານ 15 ລ້ານກີບ/ເຮັກຕາ/ປີ; ແລະ ກໍາມະກອນທີ່ເຮັດວຽກໃນສວນກ້ວຍ ມີລາຍຮັບ 780.000 ກີບ/ເຮັກຕາ/ປີ. ຜົນການຄົ້ນຄວ້າດັ່ງກ່າວ ຊີ້ໃຫ້ເຫັນວ່າ: ນັກລົງທຶນຈີນ, ມີຜົນໄດ້ຮັບສຸດທິຈາກການປູກກ້ວຍ ຫຼາຍກວ່າປະຊາຊົນລາວ ທີ່ປະກອບສ່ວນດ້ານດິນປູກຝັງ ແລະ ແຮງງານ.
ນອກນັ້ນ, ຄວາມບໍ່ເທົ່າທຽມກັນທາງດ້ານຜົນປະໂຫຍດທາງເສດຖະກິດຈາກການປູກກ້ວຍ ຍິ່ງຈະເພີ່ມຂຶ້ນ ຖ້າພິຈາລະນາຕົ້ນທຶນທາງສັງຄົມ ແລະ ສິ່ງແວດລ້ອມຂອງການປູກກ້ວຍ. ຜົນການຄົ້ນຄວ້າຂອງ ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ (2016) ຊີ້ໃຫ້ເຫັນວ່າ: ການນໍາໃຊ້ຢາຂ້າຫຍ້າ ແລະ ຢາປາບສັດຕູພືດ ໃນສວນກ້ວຍ ມີປະລິມານຫຼາຍ ເຊິ່ງສົ່ງຜົນກະທົບທາງລົບຕໍ່ຄຸນນະພາບຊີວິດຂອງຊາວກະສິກອນ ແລະ ປະຊາຊົນທີ່ຢູ່ອ້ອມຂ້າງສວນກ້ວຍ ແລະ ເຮັດໃຫ້ຄຸນນະພາບຂອງດິນປູກຝັງເຊື່ອມໂຊມລົງ. ຖ້າລວມເອົາຕົ້ນທຶນການຟື້ນຟູດິນເຂົ້າໃນການຄໍານວນຜົນໄດ້ຮັບສຸດທິຈາກການໃຫ້ເຊົ່າທີ່ດິນ, ຜູ້ໃຫ້ເຊົ່າທີ່ດິນປູກກ້ວຍ ຍິ່ງຈະມີລາຍຮັບສຸດທິໜ້ອຍລົງ. ໃນລັກສະນະດຽວກັນ, ຖ້າລວມເອົາຕົ້ນທຶນການປິ່ນປົວສຸຂະພາບຂອງຊາວກະສິກອນ ເຂົ້າໃນການຄໍານວນຜົນໄດ້ຮັບສຸດທິຈາກການອອກແຮງງານ, ກໍາມະກອນທີ່ເຮັດວຽກໃນສວນກ້ວຍ ຍິ່ງຈະມີລາຍຮັບສຸດທິໜ້ອຍລົງ.
ສະນັ້ນ, ການປູກກ້ວຍເພື່ອສົ່ງອອກ ເປັນທ່າແຮງອັນສໍາຄັນ ໃນການສ້າງລາຍຮັບໃຫ້ແກ່ປະຊາຊົນລາວ, ເພື່ອຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ. ແຕ່ວ່າ ປະຊາຊົນລາວ ທີ່ເປັນເຈົ້າຂອງທີ່ດິນ ແລະ ເປັນຜູ້ອອກແຮງງານໃນສວນກ້ວຍ ຍັງບໍ່ທັນໄດ້ຮັບຜົນປະໂຫຍດທາງເສດຖະກິດຈາກການປູກກ້ວຍ ເທົ່າທີ່ຄວນ ແລະ ມີບາງກໍລະນີການປູກກ້ວຍ ໄດ້ສົ່ງຜົນກະທົບທາງລົບຕໍ່ຄຸນນະພາບຊີວິດຂອງປະຊາຊົນ ແລະ ສິ່ງແວດລ້ອມ. ສະນັ້ນ, ການສົ່ງເສີມການປູກກ້ວຍທີ່ມີຄວາມຍືນຍົງ ຄວນພິຈາລະນາ 02 ຂໍ້ສະເໜີ ດັ່ງລຸ່ມນີ້:ເພີ່ມທະວີຄວາມເຂັ້ມງວດໃນການອະນຸມັດລົງທຶນປູກກ້ວຍ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ການຄຸ້ມຄອງ ແລະ ຕິດຕາມກວດກາໂຄງການລົງທຶນປູກກ້ວຍ ໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍການປ້ອງກັນພືດ ແລະ ລະບຽບການກ່ຽວຂ້ອງກັບການຄຸ້ມຄອງຢາປາບສັດຕູພືດ, ຢາຂ້າຫຍ້າ ແລະ ຝຸ່ນເຄມີ.ສ້າງຄູ່ຮ່ວມລົງທຶນລາວ-ຈີນ ເພື່ອຮຽນຮູ້ວິທີການເຂົ້າເຖິງຕະຫຼາດສິນຄ້າກະສິກໍາ ຢູ່ ສປ ຈີນ ແລະ ເພື່ອອໍານວຍຄວາມສະດວກແກ່ການຄ້າ ແລະ ການລົງທຶນ ຢູ່ ສປປ ລາວ ເປັນຕົ້ນແມ່ນ ຂັ້ນຕອນການລົງທຶນ, ຄຸນລັກສະນະຂອງຕະຫຼາດແຮງງານ ແລະ ຂັ້ນຕອນການນໍາເຂົ້າປັດໄຈການຜະລິດຕ່າງໆ.