ມີຜູ້ເສຍຊີວິດ 65 ຄົນຈາກຄື້ນ ຄວາມຮ້ອນຢູ່ປາກິດສະຖານ
May 23, 2018 - 5:05 PM
ຄື້ນຄວາມຮ້ອນໃນເມືອງກາຣາຈີ ທາງຕອນໃຕ້ຂອງປາກິດສະຖານ ໄລຍະ 3 ມື້ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 65 ຄົນ. ໜ່ວຍງານສະຫວັດດີການສັງຄົມປາກິດສະຖານຢ້ານວ່າ: ຈຳນວນຜູ້ເສຍຊີວິດອາດເພີ່ມຂຶ້ນ ເພາະເປັນໄລຍະຖືສິນອົດຂອງສາສະໜາອິສລາມ ງົດການຮັບປະທານອາຫານ ແລະ ດື່ມນ້ຳແຕ່ຕາເວັນຂຶ້ນຈົນເຖິງຕາເວັນຕົກ ແລະ ບໍ່ມີກະແສໄຟຟ້າໃຊ້ ທ່າມກາງສະພາບອາກາດອຸນຫະພູມສູງເຖິງ 44 ອົງສາ ແລະ ຄາດວ່າອຸນຫະພູມຈະສູງເກີນ 40 ອົງສາ ຈົນຮອດວັນທີ 24 ພຶດສະພານີ້.
ສະພາບໂລກຮ້ອນໃນຫລາຍປີຜ່ານມາ ເຮັດໃຫ້ເກີດຄື້ນອາກາດຮ້ອນໃນເມືອງກາຣາຈີ ເມືອງເອກຂອງແຂວງຊິນ ໂດຍສະເພາະໃນປີ 2014 ມີຜູ້ເສຍຊີວິດສູງເຖິງ 1.233 ຄົນຈາກຄື້ນອາກາດຮ້ອນ.