ດຶງເຊືອກຊີງຂັນ ອາຊີວະເກມ ຄັ້ງທີ I ເລື່ອນໄປກຽມຈັດຕົ້ນເດືອນມິຖຸນາ
ສະຫະພັນດຶງເຊືອກແຫ່ງຊາດລາວ ຮ່ວມກັບ ກົມອາຊີວະສຶກສາ ປະກາດເລື່ອນຈັດການແຂ່ງຂັນກິລາດຶງເຊືອກຊີງຂັນ ອາຊີວະເກມ ຄັ້ງທີ I ຈາກເດີມທີ່ຈະຈັດຂຶ້ນລະຫວ່າງວັນ 25-27 ພຶດສະພາ 2018 ເລື່ອນໄປຈັດໃສ່ລະຫວ່າງວັນທີ 8-10 ມິຖຸນາ 2018 ທີ່ສະໜາມກິລາຢູໂດ ຂ້າງສະໜາມກິລາເຈົ້າອານຸວົງ ນະຄອນຫລວງວຽງຈັນ ເພື່ອຫລີກທາງໃຫ້ການສອບເສັງຂອງສະຖາບັນຕ່າງໆ.
ກ່ອນໜ້ານີ້, ທ່ານ ໄຕຣລັດ ຮອງປະທານສະຫະພັນດຶງເຊືອກແຫ່ງຊາດລາວ ໃຫ້ຊາບວ່າ: ສະຫະພັນດຶງເຊືອກໄດ້ເປີດຮັບສະໝັກນັກກິລາຈາກວິທະຍາໄລຂອງລັດ ແລະ ເອກະຊົນທົ່ວປະເທດ ເພື່ອເຂົ້າຮ່ວມການແຂ່ງຂັນກິລາດຶງເຊືອກ ໃນລາຍການ ອາຊີວະເກມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 25-27 ພຶດສະພາ 2018 ເຊິ່ງມີທັງປະເພດຊາຍ ແລະ ຍິງ ໂດຍປະເພດຊາຍ 8 ຄົນນໍ້າໜັກບໍ່ເກີນ 600 ກິໂລ, ສ່ວນປະເພດຍິງ 8 ຄົນນໍ້າໜັກບໍ່ເກີນ 500 ກິໂລ ເພື່ອຄັດເລືອກທີມເຂົ້າຮ່ວມລາຍການລະດັບພາກພື້ນ.
ແຕ່ຫລ້າສຸດ, ທ່ານ ນາງ ມຸກດາວັນ ຄະນະກໍາມະການຈັດການແຂ່ງຂັນ ໄດ້ເປີດເຜີຍວ່າ: ການແຂ່ງຂັນດຶງເຊືອກຊີງຂັນ ອາຊີວະເກມ ຄັ້ງທີ I ຕ້ອງເລື່ອນການແຂ່ງຂັນອອກໄປ ເນື່ອງຈາກນັກກິລາສ່ວນໃຫຍ່ແມ່ນກໍາລັງຢູ່ໃນໄລຍະສອບເສັງປະຈໍາປີຂອງສະຖາບັນການສຶກສາຕ່າງໆ ຈຶ່ງບໍ່ສາມາດລົງແຂ່ງຂັນໄດ້. ດັ່ງນັ້ນ ທາງຄະນະກໍາມະການເຫັນສົມຄວນຂໍເລື່ອນການແຂ່ງຂັນໄປລະຫວ່າງວັນທີ 8-10 ມິຖຸນາ 2018.
ສໍາລັບທີມທີ່ໄດ້ຊະນະເລີດຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 2 ລ້ານກີບ, ອັນດັບທີ 2 ໄດ້ຮັບຂັນລາງວັນ ພ້ອມດ້ວຍເງິນສົດ 1,5 ລ້ານກີບ ໂດຍອັນດັບ 1 ກັບ ອັນດັບ 2 ຈະໄດ້ເປັນຕົວແທນເຂົ້າຮ່ວມການແຂ່ງຂັນດຶງເຊືອກ ໃນງານກິລານັກຮຽນອາຊຽນ ທີ່ປະເທດກໍາປູເຈຍ ແລະ ກິລາອາຊຽນ ຄັ້ງທີ 5 ທີ່ປະເທດໄທ ໃນມໍ່ໆນີ້.