ອາຊຽນເພີ່ມທະວີການຮ່ວມມືດ້ານພະລັງງານ


ໃນວັນທີ 22 ພຶດສະພາ 2018 ທີ່ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມສຸດຍອດ ສາຍສົ່ງແຮງສູງອາຊຽນ ປະຈຳປີ 2018 ໂດຍການເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ Sanjayan Velautham ຜູ້ອຳນວຍການສູນພະລັງງານອາຊຽນ, ທ່ານ Twarath Sutabutr ປະທານຄະນະກຳມະການ ທີ່ປຶກສາໂຄງການເຊື່ອມໂຍງສາຍສົ່ງໄຟຟ້າ, ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານແຫ່ງປະເທດໄທ, ທ່ານ Ignatius Rendroyoko ກອງເລຂາ HAPAU, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ຄຳມະນີ ອິນທິລາດ ໄດ້ມີຄຳເຫັນໃນກອງປະຊຸມວ່າ: ອາຊຽນໄດ້ເຫັນເຖິງຄວາມສຳຄັນ ແລະ ຄວາມຕ້ອງການພະລັງງານໄຟຟ້າທີ່ນັບມື້ເພີ່ມຂຶ້ນ ແລະ ຄວາມໄດ້ປຽບທີ່ຈະເກີດຂຶ້ນຂອງການເຊື່ອມຈອດລະບົບປະເທດສະມາຊິກອາຊຽນດ້ວຍກັນ ແລະ ກໍເປັນພັນທະໃນການເຊື່ອມໂຍງລະບົບໄຟຟ້າ ໃນພາກພື້ນ ໂດຍຜ່ານລະບົບສາຍສົ່ງອາຊຽນ ເພື່ອສົ່ງເສີມດ້ານປະສິດທິຜົນ ແລະ ການອະນຸລັກພະລັງງານ ແລະ ການພັດທະນາແຫລ່ງພະລັງງານທົດແທນໃໝ່ ເຊິ່ງລະບົບເຊື່ອມໂຍງດັ່ງກ່າວຈະຊ່ວຍສົ່ງເສີມການຊື້-ຂາຍພະລັງງານຂ້າມຊາຍແດນຂອງປະເທດເພີ່ມຂຶ້ນ ແລະ ຈະປະກອບສ່ວນສຳຄັນເຂົ້າໃນການເສີມສ້າງຄວາມໝັ້ນຄົງດ້ານພະລັງງານ ແລະ ຍົກສູງຄວາມຮັ່ງມີດ້ານເສດຖະກິດ
ການເຊື່ອມໂຍງດັ່ງກ່າວ, ຈະເພີ່ມຄວາມເຂັ້ມແຂງໃຫ້ການຮ່ວມມືດ້ານເສດຖະກິດ. ໃນຂະນະດຽວກັນ ກໍຈະເຮັດໃຫ້ປະເທດ ທີ່ມີຊັບພະຍາກອນທຳມະຊາດອຸດົມສົມບູນ ແຕ່ມີຄວາມຕ້ອງການພະລັງງານໄຟຟ້າຕ່ຳ ສາມາດສ້າງລາຍຮັບ ຈາກການສະໜອງຊັບພະຍາກອນ ເຊິ່ງ ສປປ ລາວ ແມ່ນໜຶ່ງໃນບັນດາປະເທດດັ່ງກ່າວ, ກົງກັນຂ້າມ ປະເທດທີ່ຕ້ອງການພະລັງງານໄຟຟ້າສູງກໍຈຳເປັນຕ້ອງນຳເຂົ້າພະລັງງານໄຟຟ້າຈາກປະເທດເພື່ອນບ້ານ ໃນລາຄາສົມເຫດສົມຜົນ, ການເຊື່ອມຕໍ່ດັ່ງກ່າວນີ້ ຈະຊ່ວຍຫລຸດຜ່ອນການລົງທຶນຂອງລັດ ໃນການກັກເກັບພະລັງງານ ເພື່ອຕອບສະໜອງຄວາມຕ້ອງການພະລັງງານໄຟຟ້າ ໃນໄລຍະທີ່ມີການຊົມໃຊ້ສູງ ແລະ ເພີ່ມອັດຕາການເຂົ້າເຖິງ ໄຟຟ້າໃນພາກພື້ນຫລາຍຂຶ້ນ.