ແຂວງຫລວງນ້ຳທາປຶດຕຳນານສວນຝິ່ນສົ່ງເສີມປູກພືດຊະນິດອື່ນແທນ
ແຂວງຫຼວງນ້ຳທາເລັ່ງ ແກ້ປະຊາຊົນບາງກຸ່ມ ທີ່ຍັງ ປູກຝິ່ນເປັນອາຊີບເຖິງແມ່ນ ວ່າລັດຖະບານຈະຫ້າມບໍ່ໃຫ້ປູກ ແລະ ສົ່ງເສີມໃຫ້ປູກພືດ ແນວອື່ນທົດແທນການປູກ ຝິ່ນ ແລະ ສະເພາະປີ 2018ນີ້ ລັດໄດ້ລະດົມເອົາບໍລິສັດເຂົ້າມາພັດທະນາໂຄງການປູກ ພືດຕ່າງໆໃຫ້ປະຊາຊົນມີ ສ່ວນຮ່ວມ,ຫລ້າສຸດ ເມື່ອ ວັນທີ 18 ພຶດສະພານີ້, ກອງ ບັນຊາການ ປກສ ແຂວງ ຫຼວງນໍ້າທາກໍໄດ້ມອບໃບຢັ້ງ ຢືນຂອງກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະ ຫງົບໃຫ້ ບັນດາບໍລິສັດທີ່ເຂົ້າ ມາລົງທຶນໃນໂຄງການ ດັ່ງກ່າວຄື: ບໍລິສັດຕີຢວນ ສົ່ງເສີມປູກຢາງພາລາ ແລະ ຊາ; ບໍລິສັດຈິກູ້ນໍ້າທາພັດ ທະນາກະສິກໍາ; ບໍລິສັດ ລົງທຶນປູກຢາງພາລາຢູນ ນານ; ບໍລິສັດປູກຢາງພາ ລາລາວ-ຈີນ ລຸຍ ຟົງ; ບໍລິ ສັດເຈ້ຍຊວງສົ່ງເສີມປູກ ຢາງພາລາ, ບໍລິສັດເສີນ ຫວາ; ບໍລິສັດ ໄທຈຽງສົ່ງ ເສີມປູກຢາງພາລາ; ບໍລິ ສັດເຊີນລີຢາງພາລາ; ບໍລິ ສັດສິບສອງພັນນາຍີນເມົາ ສົ່ງເສີມປູກອ້ອຍຂາອອກ- ຂາເຂົ້າຈໍາກັດ. ເຊິ່ງເປັນຜູ້ ດຳເນີນກິດຈະການຕ່າງໆ ແລະ ສົ່ງເສີມປະຊາຊົນ ເຂົ້າມາມີສ່ວນຮ່ວມປູກພືດຜັກຕ່າງໆ.
+ ທໍາລາຍສວນຝິ່ນຫລາຍກວ່າ 76 ເຮັກຕາຢູ່ເມືອງວຽງພູຄາແຂວງຫລວງນໍ້າທາ
+ ປກສ ເມືອງນາແລທຳລາຍສວນຝິ່ນເນື້ອທີ່ 1,5 ເຮັກຕາ
ໃນໂອກາດນີ້, ທ່ານ ຮອງຫົວໜ້າ ປກສ ແຂວງ ດັ່ງ ກ່າວກໍໄດ້ກ່າວສະແດງຄຳ ຊົມເຊີຍຕໍ່ບັນດາ ບໍລິສັດທີ່ ເຂົ້າມາຊ່ວຍເຫຼືອໃນໂຄງ ການປູກພືດທົດແທນການ ປູກຝິ່ນ ຢູ່ແຂວງຫຼວງນໍ້າທາ ເຮັດໃຫ້ປະຊາຊົນມີວຽກເຮັດ ງານທຳ ແລະ ຫ່າງໄກຈາກ ສິ່ງເສບຕິດ ແລະ ພ້ອມນີ້ ກໍ ໄດ້ຮຽກຮ້ອງໃຫ້ບັນດາບໍລິ ສັດສືບຕໍ່ໃຫ້ການຮ່ວມມືຊ່ວຍ ເຫຼືອ ບໍາບັດຜູ້ຕິດຝິ່ນ, ເຮັດໃຫ້ ເຂົາເຈົ້າມີວຽກເຮັດງານທຳ ແລະ ມີຊີວິດເປັນຢູ່ດີຂຶ້ນເທື່ອລະກ້າວ./.