ຊາວກະສິກອນໃນທົ່ວແຂວງຄຳມ່ວນ ເກັບກ່ຽວເຂົ້ານາແຊງສຳເລັດແລ້ວ 80,91%
ຂະແໜງປູກຝັງແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ມາຮອດ ປັດຈຸບັນຊາວກະສິກອນທົ່ວ ແຂວງຂອງຕົນສາມາດເກັບ ກ່ຽວເຂົ້ານາແຊງ ຂອງຕົນ ສຳເລັດແລ້ວ 80,91% ຂອງ ເນື້ອທີ່ເກັບກ່ຽວ ທັງໝົດ 7.000 ກວ່າເຮັກຕາ, ຄາດ ຄະເນສະມັດຕະພາບບັນລຸ ໄດ້ 5,50 ໂຕນ/ເຮັກຕາ, ໂດຍ ລວມແລ້ວການຜະລິດເຂົ້ານາ ແຊງຂອງແຂວງຄຳມ່ວນໃນປີນີ້ເຫັນວ່າມີບາດກ້າວຂະ ຫຍາຍຕົວຫລາຍເນື່ອງຈາກ ວ່າຊາວກະສິກອນໄດ້ຫັນ ມານຳໃຊ້ກົນຈັກທັນສະໄໝ ເຂົ້າສູ່ການຜະລິດຢ່າງກວ້າງ ຂວາງເຮັດໃຫ້ປະຢັດເວລາ, ປະຢັດຕົ້ນທຶນ, ປະຢັດແຮງ ງານ ແລະ ລາຄາກໍເປັນທຳ ທັງສອງຝ່າຍຄື 23.000 ກີບ/ 1 ໝື່ນ.
ສຳລັບການປູກພືດລະດູແລ້ງທົ່ວແຂວງມີເນື້ອທີ່ 9.400 ເຮັກຕາ, ຄາດຄະ ເນຜົນຜະລິດຈະບັນລຸໄດ້ 51.450 ໂຕນ, ມາປັດຈຸ ບັນສາມາດເກັບກູ້ໄດ້ແລ້ວ 8.432 ເຮັກຕາ ເທົ່າກັບ 90%, ໃນນັ້ນພືດສະບຽງ ອາຫານປະຕິບັດໄດ້ 2.745 ເຮັກຕາ ພືດເປັນສິນ ຄ້າໄດ້ 5.687 ເຮັກຕາ./.
+ ທົ່ວປະເທດເກັບກ່ຽວເຂົ້ານາແຊງບັນລຸໄດ້ແລ້ວ 85%
+ ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ
