ຜົ້ງສາລີເລັ່ງສຶກສາຄວາມເປັນໄປໄດ້ ໃນການສ້າງບໍ່ແກັສຊີວະພາບ


ເມື່ອບໍ່ດົນມານີ້, ຫົວໜ້າ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຜົ້ງສາ ລີ, ພ້ອມດ້ວຍຄະນະໄດ້ລົງ ເຄື່ອນໄຫວເຮັດວຽກຢູ່ ເມືອງ ບູນໃຕ້ ເພື່ອຮັບຟັງ ບົດລາຍງານຫຍໍ້ໃນການ ສຶກສາ, ຄົ້ນຄ້ວາຄວາມເປັນ ໄປໄດ້ໃນການຜະລິດບໍ່ແກັສ ຊີວະພາບ ຢູ່ເມືອງ ດັ່ງກ່າວ, ຊຶ່ງເຫັນວ່າ ຈະຕ້ອງໄດ້ດຳ ເນີນການສຶກສາໄປແຕ່ລະ ຂັ້ນຕອນໃຫ້ສອດຄ່ອງກັບ ສະພາບຄວາມເປັນຈິງໃນ ການຜະລິດແກັສດັ່ງກ່າວ ສຳລັບການຫຸງຕົ້ມ, ຫຼຸດ ຜ່ອນການຕັດໄມ້ເຮັດຝຶນ, ພ້ອມສາມາດນຳໃຊ້ມູນສັດ ເຂົ້າໃນການຜະລິດ ແກັສ, ສ່ວນສິ່ງເສດເຫລືອກໍຈະ ເຮັດຜະລິດກະສິກຳ ແລະ ຫລຸດຜ່ອນການປ່ອຍສິ່ງເສດ ເຫລືອທີ່ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມ.
+ ລາວສົ່ງເສີມການນຳໃຊ້ແກັສຊີວະພາບ
+ ກາຕາກຽມເພີ່ມກຳລັງການຜະລິດ ແກັສທຳມະຊາດອີກ 30%
ໂອກາດດຽວກັນ, ທ່ານ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງໄດ້ຊຸກຍູ້ໃຫ້ຫ້ອງການ ວິທະຍາສາດ ແລະ ເຕັກ ໂນໂລຊີ ເມືອງບູນໃຕ້ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຜະລິດບໍ່ແກັສຊີວະ ພາບ ໃຫ້ເປັນຈິງພ້ອມໂຄ ສະນາເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຮູ້ ແລະ ນຳໃຊ້ຕາມ ຄວາມອາດສາມາດຂອງຕົນດີຂຶ້ນ./.

