ເຢເມນປະກາດພາວະ ສຸກເສີນຫລັງພາຍຸຖະຫລົ່ມ
ເຈົ້າໜ້າທີ່ລັດຖະບານເຢເມນປະກາດພາວະສຸກເສີນຢູ່ເກາະໂຊໂຄຕຣາ ໃນວັນທີ 24 ພຶດສະພານີ້ ພາຍຫລັງພາຍຸເຂດຮ້ອນເຮັດໃຫ້ນ້ຳຖ້ວມບ້ານຫລາຍແຫ່ງ ແລະ ເຮືອຂວ້ຳ ມີຜູ້ສູນຫາຍຢ່າງໜ້ອຍ 17 ຄົນ, ອົບພະຍົບຫລາຍຮ້ອຍຄົນ ແລະ ເຮືອນເປ່ເພເສຍຫາຍຫລາຍຫລັງ.
ເກາະໂຊໂຄຕຣາ ເຊິ່ງຕັ້ງຢູ່ລະຫວ່າງແຫລມອາຣັບກັບອາຟຣິກາ ບໍ່ຄ່ອຍໄດ້ຮັບຜົນກະທົບຈາກສົງຄາມໃນເຢເມນທີ່ມີມາ 3 ປີ ແລະ ຍັງຢູ່ໃນການເບິ່ງແຍງຂອງລັດຖະບານເຢເມນ ທີ່ປະຊາຄົມໂລກໃຫ້ການຮັບຮອງ, ແຕ່ປະທານາທິບໍດີຍັງຄົງລີ້ໄພຢູ່ອາຣັບບີ ຊາອຸດິດ. ໂຄສົກລັດຖະບານເຢເມນຖະແຫລງຕໍ່ສຳນັກຂ່າວຊາບາຂອງທາງການວ່າ: ເກາະໂຄໂຄຕຣາຕ້ອງການຄວາມຊ່ວຍເຫລືອຮີບດ່ວນໃຫ້ປະຊາຊົນທີ່ຕົກຄ້າງຢູ່ໃນເຮືອນ ແລະ ພູເຂົາ, ມີຜູ້ສູນຫາຍ 17 ຄົນພາຍຫລັງເຮືອຂວ້ຳ 2 ລຳ ແລະ ລົດ 3 ຄັນຖືກກະແສນ້ຳພັດໄປ. ເຈົ້າໜ້າທີ່ອີກຄົນໜຶ່ງກ່າວວ່າ: ຕ້ອງອົບພະຍົບປະຊາຊົນກວ່າ 200 ຄອບຄົວອອກຈາກບ້ານ. ໂຄສົກລັດຖະບານຮຽກຮ້ອງໃຫ້ກອງກຳລັງທະຫານທີ່ມີອາຣັບບີ ຊາອຸດິດ ເປັນການນຳ ແລະ ອົງການສາກົນ ຈັດສັນການຊ່ວຍເຫລືອຮີບດ່ວນໃຫ້ຜູ້ປະສົບໄພໃນພື້ນທີ່.