ອີເນັສຕ້າ ເລືອກ ວິສເທວ ໂກເບະ ຕົ້ນສັງກັດໃຫມ່ໃນຍີ່ປຸ່ນ
ອັນເດຣັສ ອີເນັສຕ້າ (Andres Iniesta) ກອງກາງທີມຊາດແອັສປາຍ (ສະເປນ) ຕັດສິນໃຈຍ້າຍຈາກສະໂມສອນ ບາເຊໂລນາ ຖິ່ນປຸກປັ້ນຕົນເອງຕັ້ງແຕ່ອາຍຸ 12 ປີ ມາຢູ່ກັບ ວິສເທວ ໂກເບະ (Vissel Kobe) ສະໂມສອນຊື່ດັງໃນລີກສູງສຸດຂອງຍີ່ປຸ່ນ.
ອີເນັສຕ້າ ຈັບມືກັບ ຮິໂຣຊິ ມິກິຕານິ (Hiroshi Mikitani) ຜູ້ບໍລິຫານລະດັບສູງຂອງ ຣາຄູເທັນ (Rakuten) ບໍລິສັດການຄ້າເອເລັກໂຕຣນິກຊື່ດັງຂອງໂລກ, ຜູ້ໃຫ້ການສະຫນັບສະຫນູນສະໂມສອນ ບາເຊໂລນາ ເຈົ້າຂອງທິມ ວິສເທວ ໂກເບະ ທີ່ຂີ່ຍົນເຈັສສ່ວນຕົວມາຮັບ ອີເນັສຕ້າ ປິດຂ່າວຈະຍ້າຍໄປລີກຈີນ ແລະ ອົດສະຕຣາລີ.
ການເລືອກຍ້າຍມາຮ່ວມທັບ ວິສເທວ ໂກເບະ ເນື່ອງຈາກ ອີເນັສຕ້າ ມີສາຍສຳພັນທີ່ດີກັບເຈົ້າຂອງທີມ ແລະ ພ້ອມຜະເຊີນກັບຄວາມທ້າທາຍໃຫມ່ ໂດຍ ອີເນັສຕ້າ ຈະຮ່ວມງານກັບ ລູຄັສ ໂພໂດສະກີ້ (Lukas Podolski) ອະດີດກອງຫນ້າທີມຊາດເຢຍລະມັນ, ບາເຍິນມິວນິກ ແລະ ອາເຊນອລ ລວມທັງ ທີຣະທອນ ບຸນມາທັນ ແບັກຊ້າຍຊາວໄທ ທີ່ຍືມມາຈາກເມືອງທອງ ຢູໄນເຕັດ.
ອີເນັສຕ້າ ໄວ 34 ປີ ເປັນຫນຶ່ງໃນ 23 ນັກເຕະທີມຊາດແອັສປາຍ (ສະເປນ) ຊຸດບານໂລກ 2018 ຜົນງານຜ່ານມາ ອີເນັສຕ້າ ລົງຫລິ້ນໃຫ້ ບາຊາ ທັງຫມົດ 674 ນັດ ຍິງໄດ້ 57 ປະຕູ. ໄດ້ແຊ້ມລາລີກາ 9 ສະໄຫມ, ແຊ້ມໂຄປາເດວເຣ (Copa del Rey) 6 ສະໄຫມ, ຊຸບເປີໂຄປາ ເດີເອັສປານາ (Supercopa de España) 7 ສະໄຫມ, ຢູຟາແຊມປ້ຽນລີກ 4 ສະໄຫມ, ຢູຟາຊຸບເປີຄັບ 3 ສະໄຫມ ແລະ ແຊ້ມສະໂມສອນໂລກ 3 ສະໄຫມ.