ຮອງປະທານປະເທດເນັ້ນໃຫ້ແມ່ຍິງລາວຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ
ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມກາງສະໄໝການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ແລະ ປຶກສາຫາລືວຽກຈຸດສຸມປີ 2018 ໃນວັນທີ 23 ພຶດສະພານີ້, ທີ່ສູນຝຶກອົບຮົມແມ່ຍິງລາວ, ຊຶ່ງມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍພະນັກງານຫລັກແຫລ່ງເຂົ້າຮ່ວມເປັນຈໍານວນຫລາຍ.
ໃນໂອກາດນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ແມ່ຍິງລາວຍາດມາໄດ້ໃນໄລຍະຜ່ານມາ ແລະ ເພື່ອເປັນເຂັ້ມຊີ້ທິດເຍື່ອງທາງໃຫ້ແກ່ວຽກງານພັດທະນາແມ່ຍິງລາວ ໃນຕໍ່ໜ້າໃຫ້ໄດ້ຮັບຜົນສໍາເລັດດີຂຶ້ນເປັນກ້າວໆ. ທ່ານຮອງປະທານປະເທດ ໄດ້ເນັ້ນໃຫ້ບັນດາສະຫາຍ ສະມາຊິກພັກ, ພະນັກງານ-ລັດຖະກອນທີ່ເປັນເພດຍິງ ຕ້ອງໄດ້ເອົາໃຈໃສ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຫ້າວຫັນບຸກບືນສູ້ຊົນປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້, ເຊື່ອໜັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ ແລະ ມີສະຕີລະວັງຕົວຕໍ່ກົນອຸບາຍຂອງສັດຕູໃນໄລຍະໃໝ່, ດຸໜັນຂະຫຍັນພຽນ ຄົ້ນຄ້ວາຮໍ່າຮຽນແນວທາງ, ແຜນນະໂຍບາຍຂອງພັກ, ກົດໜາຍຂອງລັດ ແລະ ຍົກສູງຄວາມຮູ້ວິຊາສະເພາະໃນການຄຸ້ມຄອງ, ປັບປຸງແບບແຜນວິທີນໍາພາໃຫ້ແທດເໝາະກັບຕົວຈິງ, ແທດເໝາະກັບຮາກຖານການເຮັດວຽກໃຫ້ມີແຜນການ, ແຜນງານ, ໂຄງການໃຫ້ມີຈຸດສຸມລະອຽດ, ພ້ອມມີການຕິດຕາມ, ກວດກາ, ສະຫລຸບ, ຖອດຖອນບົດຮຽນ ເພື່ອໃຫ້ເຫັນອັນດີທີ່ຈະຕ້ອງສົ່ງເສີມ ແລະ ຈຸດອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ພ້ອມນັ້ນເອື້ອຍນ້ອງແມ່ຍິງເຮົາຕ້ອງຮູ້ດໍາລົງຊີວິດແບບລຽບງ່າຍ, ສຸພາບຮຽບຮ້ອຍ, ຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ ແລະ ຮູ້ປະຢັດມັດທະຍັດ. ນອກນັ້ນ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນຈົ່ງເອົາໃຈໃສ່ຕັ້ງໜ້າປະຕິບັດພາລະບົດບາດ ໜ້າທີ່ຕາມທີ່ຂອງຕົນດ້ວຍຈິດໃຈຮັບຜິດຊອບ ແລະ ເປັນເຈົ້າການ. ຄະນະພັກ-ຄະນະນໍາອົງການປົກຄອງ ແລະ ຄະນະຈັດຕັ້ງແຕ່ລະຂັ້ນ ໃຫ້ເອົາໃຈໃສ່ຂຶ້ນແຜນກໍານົດພະນັກງານຮູ້ນໍາພາ-ຄຸ້ມຄອງແຕ່ລະປະເພດ, ເອົາໃຈໃສ່ສ້າງ ແລະ ບໍາລຸງພະນັກງານເພດຍິງ ໃຫ້ກາຍເປັນພະນັກງານນໍາພາ-ຄຸ້ມຄອງ ຕ້ອງໄດ້ເຮັດຢ່າງຄົບຊຸດຫລາຍລະດັບ, ຫລາຍວິທີ ແລະ ຫລາຍຮູບການ, ການກໍ່ສ້າງພະນັກງານ ຕ້ອງໄປຄຽງຄູ່ກັບການຈັດວາງ-ຊັບຊ້ອນ, ປະຕິບັດນະໂຍບາຍຕໍ່ເຂົາເຈົ້າໃຫ້ເໝາະສົມ ເປັນຕົ້ນແມ່ນພະນັກງານເພດຍິງ ແລະ ການມອບໝາຍໜ້າທີ່ຕ້ອງມີການຕິດຕາມຊ່ວຍເຫລືອ, ສ້າງເງື່ອນໄຂ, ອໍານວຍຄວາມສະດວກ, ຕັກເຕືອນ ແລະ ຕໍານິສົ່ງຂ່າວ ເພື່ອສາມາດແກ້ໄຂຈຸດຂາດຕົກບົກຜ່ອງໄດ້ທັນເວລາ.