ເຊກອງຫາລືການປະຕິບັດນະໂຍບາຍປະກັນສຸຂະພາບໃຫ້ຜູ້ທຸກຍາກຂາດເຂີນ
ໃນອາທິດຜ່ານມາ, ແຂວງເຊກອງ ໄດ້ຈັດກອງ ປະຊຸມປຶກສາຫາລືການກໍາ ນົດຄອບຄົວທຸກຍາກຢູ່ ແຂວງຂອງຕົນ ໂດຍການ ເຂົ້າຮ່ວມຂອງທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າ ແຂວງ, ປະທານກອງທຶນປະ ກັນສຸຂະພາບຂັ້ນແຂວງ, ມີທ່ານ ຫົວໜ້າຫ້ອງການ ປະກັນສຸຂະພາບແຫ່ງຊາດ , ທ່ານ ຫົວໜ້າພະແນກສາ ທາລະນະສຸກແຂວງພ້ອມ ດ້ວຍຂະແໜງການທີ່ກ່ຽວ ຂ້ອງຈາກສູນກາງເຂົ້າຮ່ວມ ນຳດ້ວຍ.
+ ທ່ານຮອງນາຍົກລັດຖະມົນຕີ ປຸກລະດົມທຶນຊ່ວຍເຫລືອຜູ້ປະສົມໄພບ້ານສັນແຟນ
+ ຫລວງພະບາງມອບເງິນນະໂຍບາຍໃຫ້ຜູ້ມີບຸນຄຸນເສຍສະຫລະເພື່ອຊາດ
ຮອງຫົວໜ້າ ຫ້ອງການ ປະກັນສຸຂະພາບແຂວງ ເຊກອງ ໄດ້ລາຍງານຄວາມ ເປັນມາຂອງ ຄອບຄົວທຸກ ຍາກຢູ່ແຂວງເຊກອງ ໃນ 9 ປີຜ່ານມາວ່າ: ອັດຕາການ ເຂົ້າ ເຖິງການບໍລິການສຸ ຂະພາບຂອງຜູ້ທຸກຍາກຢູ່ ແຂວງເຊກອງແມ່ນ ສູງ ສົມຄວນຖ້າທຽບໃສ່ ແຂວງ ອື່ນໆ ໃນຂອບເຂດທົ່ວ ປະເທດ ໂດຍຜ່ານກອງ ທຶນປະກັນສຸຂະພາບເຊັ່ນ: ເມືອງທ່າແຕງ ແລະ ເມືອງ ລະມາມ ໂດຍເຫັນວ່າອັດ ຕາການຊົມໃຊ້ບໍລິການ ສຸຂະພາບສູງສົມຄວນ; ຕົກ ມາຮອດເດືອນ ກຸມພາ 2018 ລະບົບການ ດັ່ງ ກ່າວໄດ້ມີການປ່ຽນແປງ, ເຮັດໃຫ້ລາຍຊື່ສະມາຊິກ ຄອບຄົວທຸກຍາກຢູ່ເມືອງ ດາກຈຶງ ແລະ ເມືອງກະ ລຶມ ເມືອງທຸກຍາກໃນຂອບ ເຂດນະໂຍບາຍລ້າ ຂອງ ສອງເມືອງດັ່ງກ່າວ ບໍ່ເຂົ້າ ມາບໍລິການປິ່ນປົວຢູ່ໃນ ໂຮງໝໍ ໄດ້ເຮັດໃຫ້ການບໍລິ ການສຸຂະພາບຫຼຸດລົງຢ່າງຫຼວງຫຼາຍ; ຈາກແຂວງ ອັນດັບທີ 1 ໃນການປົກ ປ້ອງດ້ານການເງິນສໍາລັບຜູ້ທຸກຍາກ ມາເປັນແຂວງທີ 16 ໃນປີ 2018.
ຕໍ່ສະພາບດັ່ງກ່າວ ປະ ທານກອງປະຊຸມໄດ້ມີິທິດ ຊີ້ນໍາໃນການແກ້ໄຂບັນຫາສະເພາະໜ້າ ໂດຍມອບໃຫ້ ພະແນກສາທາລະນະສຸກ ແຂວງ-ເມືອງ ຊີ້ນໍາບັນດາ ໂຮງໝໍ, ສຸກສາລາທຸກແຫ່ງ ແຈ້ງການເຖິງຜູ້ທຸກຍາກ ເພື່ອໃຫ້ເຂົາເຈົ້າເຂົ້າໃຈຢ່າງຈະແຈ້ງ ເລິກເຊິ່ງ ເຂົ້າມາ ປິ່ນປົວຢູ່ໃນໂຮງໝໍ-ສຸກ ສາລາ ໄດ້ຢ່າງເປັນປົກກະຕິ ແລະ ຍຸຕິທໍາ; ພ້ອມທັງ ມອບໃຫ້ອົງການປະກັນສຸ ຂະພາບແຫ່ງຊາດ ເຮັດບັດ ປະກັນສຸຂະພາບໃຫ້ປະຊາ ຊົນ ເພື່ອຄວາມສະດວກ ໃນ ການເຂົ້າມານຳໃຊ້ການບໍລິການປິ່ນປົວສຸຂະພາບຂອງ ເຂົາເຈົ້າໄດ້ ກວ້າງຂວາງ./.