ສປປ ເກົາຫລີ ທຳລາຍອຸໂມງທົດລອງນິວເຄຼຍ


ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການ ສປປ ເກົາຫລີ ໄດ້ທຳລາຍອຸໂມງຂອງຖານທົດລອງນິວເຄຼຍຢ່າງໜ້ອຍ 3 ແຫ່ງ, ອາຄານບາງສ່ວນທີ່ຢູ່ໃກ້ຄຽງ ແລະ ສິ່ງປຸກສ້າງອື່ນ ຕໍ່ໜ້າບັນດາສື່ມວນຊົນຕ່າງປະເທດທີ່ເຂົ້າສັງເກດການທຳລາຍຖານທົດລອງດັ່ງກ່າວ.


ສຳລັບຖານທົດລອງນິວເຄຼຍແຫ່ງນີ້ ເປັນລັກສະນະອຸໂມງເລິກລົງໄປໃນພູເຂົາ ເຊິ່ງນັກວິເຄາະລະບຸວ່າເປັນບ່ອນທີ່ດີທີ່ໃຊ້ທົດລອງນິວເຄຼຍ ເພາະສາມາດທົນຕໍ່ແຮງລະເບີດຢ່າງຮຸນແຮງ ໂດຍສູນທົດລອງອາວຸດນິວເຄຼຍປຸງເກຣີ (Punggye-ri) ໃນແຂວງຮຳຢອງເໜືອ (North Hamgyong Province) ໃກ້ກັບຊາຍແດນທາງເໜືອຂອງຈີນ, ຜ່ານມາລັດຖະບານພຽງຢາງໄດ້ໃຊ້ທົດລອງນິວເຄຼຍມາແລ້ວ 6 ຄັ້ງ.
ເຖິງຢ່າງໃດກໍຕາມ, ເຖິງວ່າ ສປປ ເກົາຫລີ ຈະທຳລາຍຖານດັ່ງກ່າວຕໍ່ໜ້າຄະນະສື່ມວນຊົນທີ່ຮ່ວມສັງເກດການ, ແຕ່ນັກວິເຄາະຫລາຍຝ່າຍຍັງມີຄວາມເຫັນແຕກຕ່າງກັນ ໂດຍບາງສ່ວນລະບຸວ່າ: ຕ້ອງເຝົ້າເບິ່ງທ່າທີຂອງ ສປປ ເກົາຫລີ ຢ່າງໃກ້ຊິດ ເພາະຜ່ານມາ ສປປ ເກົາຫລີ ເຄີຍເຊີນສື່ມວນຊົນເຂົ້າໄປຮ່ວມສັງເກດການໃນລັກສະນະນີ້ເຊັ່ນກັນ. ພ້ອມລະບຸວ່າ: ຈະທຳລາຍຖານທົດລອງ ແຕ່ພວກເຂົາກໍສາມາດສ້າງຂຶ້ນໃໝ່ໄດ້ຢ່າງວ່ອງໄວ. ຂະນະທີ່ບາງສ່ວນລະບຸວ່າ: ຖານດັ່ງກ່າວໃຊ້ງານເກີນອາຍຸໄປແລ້ວ. ທັງນີ້ນອກຈາກຄະນະສື່ມວນຊົນແລ້ວ, ສປປ ເກົາຫລີ ບໍ່ໄດ້ເຊີນຜູ້ສັງເກດການຈາກອົງການຕ່າງປະເທດດ້ານອາວຸດນິວເຄຼຍໃດໆເຂົ້າສັງເກດການນຳອີກ.