ຄາດວ່າໂອເປກເພີ່ມກຳລັງຜະລິດ ດຶງລາຄານ້ຳມັນຫລຸດລົງກວ່າ 1%
ສັນຍານ້ຳມັນດິບລ່ວງໜ້າເວສເທັກຊັສ ປິດຕະຫລາດວັນທີ 24 ພຶດສະພາ ຕາມເວລາອາເມລິກາ ປັບຫລຸດລົງ 1,13 ໂດລາ ຈາກການຄາດຄະເນທີ່ວ່າ: ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປກ) ຈະມີມະຕິເພີ່ມກຳລັງການຜະລິດນ້ຳມັນໃນກອງປະຊຸມວັນທີ 22 ມິຖຸນາ ເພື່ອທົດແທນປະລິມານນ້ຳມັນທີ່ຈະຫາຍໄປ.
ທັງນີ້, ໂອເປກຈະທົບທວນນະໂຍບາຍການຜະລິດນ້ຳມັນ ຫລັງຈາກກ່ອນໜ້ານີ້ ມີມະຕິຂະຫຍາຍເວລາປັບຫລຸດກຳລັງການຜະລິດນ້ຳມັນ 1,8 ລ້ານບາເຣລ/ວັນ ຈົນຮອດປີນີ້ ເພື່ອຮັກສາສະຖຽນລະພາບລາຄານ້ຳມັນ.
ແຫລ່ງຂ່າວລະບຸວ່າ: ໂອເປກຈະມີມະຕິເພີ່ມກຳລັງການຜະລິດນ້ຳມັນໃນກອງປະຊຸມດັ່ງກ່າວ ເພື່ອທົດແທນປະລິມານນ້ຳມັນທີ່ຈະຫລຸດລົງຈາກອີຣານ ແລະ ເວເນຊູເອລາ. ທັງນີ້ ລາຄານ້ຳມັນເພີ່ມຂຶ້ນເກືອບ 20% ໃນປີນີ້ ໂດຍໄດ້ແຮງໜູນຈາກການປັບຫລຸດກຳລັງການຜະລິດຂອງໂອເປກ ແລະ ຣັດເຊຍ ລວມທັງຈາກການທີ່ອາເມລິກາຂວ້ຳບາດອີຣານ ແລະ ເວເນຊູເອລາ ເຊິ່ງການຜະລິດນ້ຳມັນໃນເວເນຊູເອລາໄດ້ຮັບຜົນກະທົບກ່ອນໜ້ານີ້ຈາກສະພາບເສດຖະກິດຫລຸດຖອຍ ແລະ ຖ້າລັດຖະບານອາເມລິກາຕັດສິນໃຈຂວ້ຳບາດອຸດສາຫະກຳນ້ຳມັນຂອງເວເນຊູເອລາ ຈະເຮັດໃຫ້ການສົ່ງອອກນ້ຳມັນຂອງເວເນຊູເອລາຍິ່ງຫລຸດໜ້ອຍລົງ.