ມຊ ຜ່ານເຂົ້າຮອບຫລັງເອົາຊະນະເຈົ້າພາບ 4-1
ໃນວັນທີ 24 ພຶດສະພາຜ່ານມາ ທີມນັກກິລາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ຜ່ານເຂົ້າຮອບພາຍຫລັງເອົາຊະນະເຈົ້າພາບ 4-1 ຂອງການແຂ່ງຂັນບານເຕະຊາຍ ແລະ ບານສົ່ງຊາຍ-ຍິງ ໃນລາຍການສັບປະດາແລກປ່ຽນວັດທະນະທຳ ແລະ ກິລາຂອງນັກສຶກສາວິທະຍາໄລຕອນໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 4 (4th South and Southeast Asia College Student Culture and Sports Week) ທີ່ຈັດຂຶ້ນທີ່ມະຫາວິທະຍາໄລເຕັກໂນໂລຊີຄຸນໝິງ ສປ ຈີນ ລະຫວ່າງວັນທີ 21-28 ພຶດສະພາ 2018.
ທີມມະຫາວິທະຍາໄລແຫ່ງຊາດລາວ (ມຊ) ລົງສະໜາມ 4 ຄັ້ງ ຊະນະ 4 ຄັ້ງ ລວມມີ 12 ຄະແນນ ອັນດັບ 1 ຂອງກຸ່ມບີ ຜ່ານເຂົ້າຮອບພົບກັບທີມອັນດັບທີ 2 ຂອງກຸ່ມບີ ໃນວັນທີ 27 ພຶດສະພານີ້.
ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມທັງໝົດ 5 ປະເທດຄື: ລາວ, ສິງກະໂປ, ສສ ຫວຽດນາມ, ໄທ ແລະ ມາເລເຊຍ, ສ່ວນວິທະຍາໄລຕອນໃຕ້ມີ ອິນເດຍ, ບັງກາລາເທດ ແລະ ມະຫາວິທະຍາໄລ ຈາກ ສປ ຈີນ. ການແຂ່ງຂັນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມເອ ປະກອບມີ ມະຫາວິທະຍາໄລເຕັກໂນໂລຊີຄຸນໝິງ (ຈີນ), ມະຫາວິທະຍາໄລສຸພານຸວົງ (ລາວ), ມະຫາວິທະຍາໄລເສດຖະກິດ-ການຄ້າ (ຫວຽດນາມ), ມະຫາວິທະຍາໄລວິທະຍາສາດ (ຫວຽດນາມ) ແລະ ມະຫາວິທະຍາໄລການຄ້າຕ່າງປະເທດ (ຫວຽດນາມ); ສ່ວນກຸ່ມບີ ປະກອບມີ ວິທະຍາໄລນາໆຊາດ (ຈີນ), ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລຣາຊມັງຄະລາເຕັກໂນໂລຊີອີສານ (ໄທ), ມະຫາວິທະຍາໄລພະລະສຶກສາ ແລະ ກິລາຮ່າໂນ້ຍ (ຫວຽດນາມ) ແລະ ມະຫາວິທະຍາໄລການສື່ການ ແລະ ຂໍ້ມູນຂ່າວສານ.