ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ

- bank 1 - ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ
- kitchen vibe - ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ

ຜ່ານການລົງສຳພາດນາຍບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແລະ ຄະນະສະພາບໍລິຫານ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ (ສກຈຮ) ເພື່ອການພັດທະນາ ແລະຄະນະຟື້ນຟູສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ (ທຫລ) ຂອງຜູ້ສື່ຂ່າວທະນາຄານແຫ່ງ ສປປ ລາວ  ໃນວັນທີ 23 ພຶດສະພາ ເຊິ່ງແຕ່ລະທ່ານ ໄດ້ແຈ້ງໃຫ້ຮູ້ສະພາບຄວາມເປັນຈິງກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ ສກຈຮ.

ດັ່ງຊາວບ້ານ​ສົງ​ເປືອຍໃຕ້ທີ່​ເປັນ​ລູກ​ຄ້າ​ຂອງ​ສະ​ຖາ​ບັນ​ດັ່ງກ່າວໄດ້ໃຫ້ຮູ້ວ່າ: ​ໃນ​ເດືອນ 3/2017 ​ຕົນເອງໄດ້​ນໍາ​ເງິນສົດ​​ຈໍານວນ 150 ລ້ານ​ກີບມາຝາກ ແລະມີກໍານົດ​ຖອນປີ 2019, ​ແລະ  ກໍໄດ້​ຮັບ​ເງິນ​ດອກ​ເບ້ຍ​ເປັນ​ປົກກະຕິ, ມາ​ຮອດ​ເດືອນ 1/2018 ຈຶ່ງ​ໄດ້​ນໍາ​ເງິນ​ມາ​ຝາກ​ຕື່ມ​ອີກ 50 ລ້ານ​ກີບ ​ລວມ​​ເປັນ 200 ລ້ານ​ກີບ,ແຕ່ມາ​ເຖິງ​ປັດຈຸບັນ​ ​ຍັງ​ບໍ່​ສາມາດຖອນໄດ້​ທັງ​ຕົ້ນທຶນ ​ແລະ​ດອກເບ້ຍເງິນຝາກ, ບາງ​ຄົນ​ເງິນ​ຝາກ​ປະ​ຈໍາ​ໝົດ​ກໍານົດ​ 4-5 ​ເດືອນ​ແລ້ວ​ ​ແຕ່​ສະ​ຖາ​ບັນການເງິນດັ່ງກ່າວ ​ຍັງ​ບໍ່​ສາມາດສົ່ງເງິນ​ໃຫ້​ລູກ​ຄ້າໄດ້ເທື່ອ.

- Visit Laos Visit SALANA BOUTIQUE HOTEL - ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ
- Visit Laos Visit SALANA BOUTIQUE HOTEL - ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ

ໃນຂະນະດຽວກັນ  ທ່ານ ນາຍບ້ານ ດັ່ງກ່າວກໍມີທັດສະນະວ່າ: ກ່ອນ​ໜ້າ​ນີ້​ສະພາບ​ການ​ຝາກ-​ຖອນເງິນຢູ່ສະຖາບັນການເງິນແຫ່ງນີ້ແມ່ນ​​ເປັນປົກກະຕິ, ແຕ່ມາ​ຮອດ​ເດືອນ​ ມີນາ 2018 ມີລູກ​ຄ້າຈໍານວນໜຶ່ງ​ພາກັນ​ມາ​ຖອນ​ເງິນ​ຝາກ​ແຕ່​ບໍ່​ສາມາດຖອນໄດ້ ໂດຍທາງສະຖາບັນການເງິນອອກແຈ້ງການເຖິງລູກຄ້າໃຫ້ມາເບີກຖອນເງິນໄດ້ນັບຕັ້ງແຕ່ວັນ​ທີ 25 ເມສາ2018 ເປັນຕົ້ນໄປ ແຕ່ຮອດກໍານົດ ​​ລູກ​ຄ້າໄດ້​ມາ​​ລໍ​ຖ້າ​ເພື່ອ​ຖອນ​ເງິນ​ຝາກ ເປັນຈຳນວນຫລາຍແຕ່ສະຖາບັນບໍ່ສາມາດເບີກຖອນໃຫ້ລູກຄ້າໄດ້; ​ຕໍ່ກັບບັນຫາດັ່ງກ່າວ, ທ່ານນາຍບ້ານ ກໍ​ໄດ້​ລະດົມ​ປະຊາຊົນທີ່ເປັນລູກ​ຄ້າຂອງສະຖາບັນ​ການເງິນໃຫ້ມີຄວາມອຸ່ນອ່ຽນ ເນື່ອງຈາກວ່າອົງການກ່ຽວຂ້ອງຂອງລັດຮ່ວມກັບສະ​ຖາ​ບັນ​ການເງິນດັ່ງກ່າວກໍາລັງຊອກ​ວິທີທາງແກ້ໄຂ.

ທ່ານ ຄໍາຄ່ອງ ອໍລະ​ບູນ ຄະນະ​ສະພາ​ບໍລິຫາ​ນຊຸດ​ໃໝ່, ຂາ​ຮຸ້ນ​ລາຍ​ໃຫຍ່ ​ແລະທ່ານ ອິນ​ທະ​ຫວາ ດາລາ​ວົງ  ຜູ້ອຳນວຍການ ສກຈຮ ເພື່ອການພັດທະນາ ລ້ວນແຕ່ຍອມຮັບ​ວ່າສະຖາບັນການເງິນຂອງ​ຕົນໄດ້ເກີດມີປະກົດການຫຍໍ້ທໍ້ແທ້ ເນື່ອງຈາກທ້າວ ສົມຈິດ ບຸນເຫຼື່ອມ ຄະນະສະພາບໍລິຫານຊຸດເກົ່າ ໄດ້ຍັກຍອກເອົາເງິນຂອງສະຖາບັນຈໍານວນ 19 ຕື້ກ່ວາກີບ ໂດຍການບັນທຶກເປັນ 2ບັນຊີ ຊຶ່ງບັນຊີ1 ໄດ້ລາຍງານຖານະການເງິນໃຫ້ ທຫລ, ສ່ວນບັນຊີທີ 2 ແມ່ນເຊື່ອງອໍາຂໍ້ມູນຕົວຈິງເພື່ອໃຊ້ພາຍໃນສະຖາບັນ.

ຕໍ່​ບັນຫານີ້, ຕາງຫນ້າຄະນະຟື້ນຟູສະຖາບັນການເງິນ, ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ ທະນາຄານແຫ່ງ ສປປ ລາວ  ໃຫ້ຮູ້ວ່າ ທາງກົມຄຸ້ມຄອງສະຖາບັນການເງິນໄດ້ເອົາໃຈໃສ່ຕິດຕາມ, ວິເຄາະ ແລະກວດກາ ສະຖາບັນການເງິນດັ່ງກ່າວຢ່າງເປັນປົກກະຕິແຕ່​ບໍ່​ພົບ​​ເຫັນຮ່ອງຮອຍ​ຂອງການ​ຍັກ​ຍອກ ​ເນື່ອງ​ຈາກ​ວ່າ​ສະຖາບັນການເງິນ​ແຫ່ງ​ນີ້ມີການບັນທຶກ 2 ບັນຊີຊຶ່ງບັນຊີ 1ລາຍງານຖານະການເງິນໃຫ້ ທຫລ, ສ່ວນບັນຊີທີ 2  ເຊື່ອງອໍາຂໍ້ມູນຕົວຈິງ ເຮັດໃຫ້ຄະນະກວດກາ ທຫລບໍ່ສາມາດກວດເຫັນຖານະການເງິນທີ່ແທ້ຈິງຂອງສະຖາບັນໄດ້; ຕໍ່​ມາ ຄະ​ນະ​ກວດກາໄດ້ສືບຕໍ່ລົງຕິດຕາມກວດກາໃນລະຫວ່າງວັນທີ 12–23 ມີນາ 2018 ຈຶ່ງສາມາດເກັບກໍາຂໍ້ມູນ ຖານະການເງິນທີ່ແທ້ຈິງໄດ້; ແລະ ທ້າວ ສົມຈິດ ບຸນເຫຼື່ອມ ​ກໍໄດ້ຍອມຮັບວ່າຕົນເອງໄດ້ຍັກຍອກເອົາເງິນຈຳນວນ 19 ຕື້ກວ່າກີບແທ້; ຕໍ່ກັບບັນຫາດັ່ງກ່າວ ກົມ​ຄຸ້ມຄອງສະຖາບັນການເງິນຈຶ່ງໄດ້ລາຍງານໄປຍັງເຈົ້າໜ້າທີ່ຕຳຫຼວດເສດຖະກິດ ແລະເຂົ້າປຶກສາຫາລືກັບພາກສ່ວນດັ່ງກ່າວ ເພື່ອດຳເນີນຄະດີຜູ້ຕ້ອງຫາຕາມລະບຽບກົດໝາຍ; ພ້ອມນັ້ນ ກໍໄດ້ແນະນໍາໃຫ້ປັບປຸງໂຄງຮ່າງການຈັດຕັ້ງ, ຄະນະຜູ້ບໍລິຫານຊຸດໃໝ່ມາບໍລິຫານ ໂດຍໃຫ້ເພີ່ມທຶນ ຫຼື ຊອກຫາຂ້າຮຸ້ນໃໝ່ມາຮ່ວມທຶນ, ເລັ່ງເກັບກູ້ໜີ້ສິນ  ແລະ ເງິນທີ່ຖືກຍັກຍອກຄືນມາໃຫ້ໄດ້.

ຕາງຫນ້າຄະນະຟື້ນຟູສະຖາບັນການເງິນ ຢັ້ງຢືນວ່າ:ສະ​ຖາ​ບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອການພັດທະນາ ​​ໄດ້​ຮັບ​ການອະນຸຍາດ​ດໍາເນີນທຸລະກິດຈາກ ທຫລ ແລະ  ແລະສາ​ເຫດ​ທີ່​ພາ​ໃຫ້​ເກີດບັນຫາບໍ່​ແມ່ນ​ຍ້ອນ​ສະ​ຖາ​ບັນການເງິນ ​ແຕ່​​ຍ້ອນ​ບຸກຄົນທີ່​ມີ​ຕໍາ​ແໜ່​ງເປັນ​ປະທານ​ສະພາບໍລິຫາ​ນທີ່​ຍັກຍອກເອົາ​ເງິນ​; ສະ​ນັ້ນ, ທາງ​ການຈັດ​ຕັ້ງຂອງ​ພວກ​ເຮົາຮ່ວມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ພ້ອມ​ກັນຫາ​ວິທີ​ທາງ ຊ່ວຍ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຕາມ​ທິດ​ຊີ້​ນໍາ​ຂອງ​ຂັ້ນ​ເທິງ​ໃຫ້​ລຸ​ລ່ວງ​ໄປ​ດ້ວຍ​ດີ ​ເພື່ອ​ນໍາ​ຕົວ​ຂອງ​ຜູ້​ກະທໍາ​ຜິດ​ເຂົ້າ​ສູ່​ຂະ​ບວນການ​ຍຸຕິ​ທໍາ.

# ຂ່າວ-​ພາບ:ຣັດສະໝີ ດວງ​ສັດຈະ

- 5 - ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ
- 4 - ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ
- 3 - ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ