ຄວາມສຳຄັນຂອງການລ້າງແອລົດ
May 29, 2018 - 11:38 AM


ມີຄຳຖາມທີ່ຫລາຍຄົນຍັງໄດ້ຮັບຂໍ້ມູນມາຕ່າງກັນວ່າ ເມື່ອໃດຄວນລ້າງແອລົດ ເຊິ່ງຄຳຕອບທີ່ຖືກຕ້ອງຂຶ້ນຢູ່ກັບການໃຊ້ງານ ລົດຂອງແຕ່ລະຄົນ ເຊັ່ນ : ເສັ້ນທາງການໃຊ້ງານ, ມີສະພາບຖະໜົນແນວໃດ, ຂີ້ຝຸ່ນຫລາຍຫລືບໍ່, ລຸຍນຳ້ຫລືບໍ່, ແຕ່ຕາມປົກກະຕິປະມານ 1 ປີຂຶ້ນໄປ ຫລື 20.000 ກິໂລແມັດຂຶ້ນໄປ. ສ່ວນຈະຮູ້ໄດ້ແນວໃດວ່າຕູ້ແອເຖິງເວລາທີ່ຕ້ອງລ້າງແລ້ວ ໃຫ້ສັງເກດກິ່ນຂີ້ຝຸ່ນ ຖ້າເອົາດັງເຂົ້າໄປໃກ້ຊ່ອງລົມແອແລ້ວມີກິ່ນອັບກໍຖືວ່າຄວນລ້າງ.
– ສຳລັບວິທີເຮັດຄວາມສະອາດຕູ້ແອມີ 4 ວິທີຄື :
- ລ້າງຕູ້ແອແບບຖອດຕູ້ : ຕ້ອງຮື້ຕູ້ແອ ແລ້ວເອົາຄອຍເຢັນມາລ້າງຂ້າງນອກ ນຳ້ຢາເຮັດຄວາມສະອາດແຕກຕ່າງກັນໄປ ແລ້ວແຕ່ຊ່າງຈະໃຊ້ຫຍັງເພື່ອປະຢັດຕົ້ນທຶນ, ລາຄາຖືກກໍສະບູຝຸ່ນ, ໂຊດາໄຟ ເຊິ່ງຈະລ້າງອອກຍາກ. ດັ່ງນັ້ນ, ເວລາປະກອບເຂົ້າຄືນ ເປີດແອຈະຮູ້ສຶກວ່າມີກິ່ນສະບຸຝຸ່ນ ສະແດງວ່າລ້າງອອກບໍ່ໝົດ ອາດກັດຄອຍເຢັນໄດ້ ເມືອທ່ານສືບດົມເຂົ້າໄປບໍ່ສົ່ງຜົນດີຕໍ່ລະບົບຫາຍໃຈ ຖ້າຄົນແພ້ກໍອາດແສບຕາແສບດັງ ເຊິ່ງການຖອດລ້າງຕູ້ແອແບບນີ້ຕ້ອງຕື່ມນຳ້ຢາແອໃໝ່ ແລະ ຕ້ອງປ່ຽນໄດເອີກັບວາວຄວາມດັນ ຖ້າປະຢັດງົບບໍ່ຍອມປ່ຽນ ທໍ່ແອຮົ່ວໄດ້ ເພາະຄວາມຊຸ່ມເຂົ້າໄປຢູ່ໃນລະບົບຈາກການຖອດຕູ້ແອ.
- ການລ້າງແບບບໍ່ຖອດຕູ້ : ເພື່ອຊ່ວຍໃຫ້ເຮັດຄວາມສະອາດງ່າຍຂຶ້ນ ແລ້ວໄວ ທາງຮ້ານໄດ້ເງິນໄວ ໂດຍທົ່ວໄປເຄື່ອງລ້າງຕູ້ແອຈະກຳນົດນຳ້ຢາທີ່ຕ້ອງໃຊ້ສະເພາະສຳລັບການລ້າງ, ແຕ່ບາງເທື່ອກໍເອົາສະບູຝຸ່ນ, ໂຊດາໄຟປະສົມລົງໄປເພື່ອໃຫ້ນຳ້ຢາໃຊ້ໄດ້ຫລາຍຄັນຂຶ້ນ ເວລາລ້າງນຳ້ຢາອອກຈະມີບັນຫາ ເພາະເຄື່ອງບໍ່ໄດ້ຖືກກຳນົດໃຫ້ລ້າງສະບູຝຸ່ນ ຫລື ໂຊດາໄຟ ຜົນທີ່ໄດ້ອາດຄາດບໍ່ເຖິງ ການລ້າງແບບນີ້ເໝາະສົມກັບລົດໃໝ່ ລົດທີ່ລ້າງແອປີລະ 1 ເທື່ອ ຫລື ເໝາະສົມກັບລົດທີ່ດູແລຕູ້ແອເປັນປະຈຳ ຖ້າໃຊ້ມາ 7 – 8 ປີແລ້ວ ຊ່າງແອບໍ່ຄ່ອຍຢາກລ້າງວິທີນີ້ ເພາະຕູ້ແອອາດຮົ່ວຢູ່ແລ້ວ ແຕ່ຂີ້ຝຸ່ນໄປອັດຮູຮົ່ວໄວ້ ເມື່ອລ້າງເອົາຂີ້ຝຸ່ນອອກ ຮອຍຮົ່ວກໍປະກົດ.
- ການສີດສະເປເຮັດຄວາມສະອາດຕູ້ແອ : ບໍ່ຕ້ອງຮື້ຕູ້ອອກມາ, ສີດສະເປເຮັດຄວາມສະອາດໃຫ້ທົ່ວຄອຍເຢັນ ກໍຖືວ່າຮຽບ ຮ້ອຍ ເພາະຄາບນຳ້ຢາຈະຄ່ອຍໆອອກມາພ້ອມກັບນຳ້ແອຕາມທໍ່ນຳ້ຖິ້ມ ຖ້າຕູ້ແອບໍ່ເປິເປື້ອນຫລາຍ ວິທີນີ້ກໍພໍໃຊ້ໄດ້, ແຕ່ກໍຕ້ອງສີດສະເປເລື້ອຍໆ 2 – 3 ເດືອນຕໍ່ເທື່ອເພາະຢູ່ໃນໂຕເມືອງຂີ້ຝຸ່ນຫລາຍ ສະເປບາງຍີ່ຫໍ້ຈະຊ່ວຍດັບກິ່ນໄດ້ນຳ, ລາຄາຄ່າສີດສະເປ ລວມແລ້ວຫລາຍກ່ວາການລ້າງຕູ້ແອວິທີທີ 1 ແລະ ທີ 2.
- ການໃສ່ກອງແອ : ບໍ່ແມ່ນລົດທຸກລຸ້ນຈະໃຊ້ໄດ້ ເພາະກອງແອກໍເຮັດມາສຳລັບລົດອີກລະດັບຊ່ວຍກອງຂີ້ຝຸ່ນອີກວິທີໜຶ່ງ, ແຕ່ອາຍຸການໃຊ້ງານກໍແມ່ນປະມານ 5.000 ກິໂລແມັດ ຕ້ອງປ່ຽນອັນໃໝ່ ຖ້າບໍ່ປ່ຽນ ລົມຈະຜ່ານເຂົ້າຕູ້ແອບໍ່ສະດວກ ລົມແອທີ່ອອກມາກໍຈະອ່ອນກຳລັງລົງ ລົມທີ່ຕີກັບຈະມີຜົນຕໍ່ຄອມແອ. ກອງແອສຳລັບລົດບາງລຸ້ນລາຄາພໍຟັງໄດ້, ແຕ່ບາງລຸ້ນລາຄາກໍຫລາຍແສນກີບ ຖ້າໃຊ້ວິທີນີ້ໃນການເຮັດຄວາມສະອາດໃນໄລຍະ 1 ປີ ກໍເສຍຄ່າໃຊ້ຈ່າຍກ່ວາການເຮັດຄວາມສະອາດແບບວິທີທີ 1 ແລະ ທີ 2.
ສ່ວນການປ້ອງກັນໃຫ້ໃຊ້ແອໄດ້ດົນໆ ບໍ່ຕ້ອງລ້າງແອເລື້ອຍໆ ວິທີງ່າຍໆລົງລົດເມື່ອໃດເຄາະຜ້າພົມເມື່ອນັ້ນ ເພາະພັດລົມແອຢູ່ໃກ້ກັບຜ້າພົມຮອງພື້ນ ຖ້າສະສົມໄວ້ມັນຈະດູດເຂົ້າໄປເລື້ອຍໆເຮັດໃຫ້ຕູ້ແອຕັນໄວ ຖ້າເຮັດໄດ້ເປັນນິໄສ ກໍຈະຍືດອາຍຸການລ້າງຕູ້ແອໄດ້ດົນກ່ວາ 2 ປີ.