ການໃຊ້ກິ່ນຊ່ວຍໃຫ້ຜ່ອນຄາຍໃນເວລານອນ
ຫລາຍທ່ານອາດເຄີຍໄດ້ຍິນເລື່ອງກິ່ນຊ່ວຍເຮັດໃຫ້ເຮົານອນຫລັບສະບາຍຫລາຍຂຶ້ນ, ແຕ່ໃຜຈະຮູ້ວ່າຍັງສາມາດຊ່ວຍຫລຸດ ຄວາມເຄັ່ງຄຽດໄດ້ນຳອີກ. ຂໍ້ມູນຈາກເວັບໄຊເດລິເມວ ເປີດເຜີຍວຽກງານວິໄຈພົບວ່າ : ການສືບດົມກິ່ນຕ່າງໆຂະນະນອນຫລັບ ນັ້ນສາມາດຫລຸດຜ່ອນຄວາມກັງວົນ ແລະ ຊ່ວຍຫລຸດຄວາມເຄັ່ງຄຽດໄດ້. ຈາກການສຶກສາໃນຊິກາໂກ ພົບວ່າ : ອາສາສະໝັກທີ່ ເຂົ້າຮ່ວມການທົດລອງໃນເທື່ອນີ້ມີໃບໜ້າສົດຊື່ນແຈ່ມໃສເມື່ອຕື່ນນອນ ຫລາຍກ່ວາຕອນກ່ອນເຂົ້າ ທົດລອງໂດຍມີວິທີການຄື : ຈະໃຊ້ກະແສໄຟຟ້າອ່ອນໆຮ່ວມກັບການປ່ອຍກິ່ນສະເພາະເຈາະຈົງ ເຊັ່ນ : ໄມ້, ກາລະບູນ, ເກີບໃໝ່, ໝາກນາວ ຫລື ກິ່ນຜັກຫອມລາບ ໃນຂະນະທີ່ອາສາສະໝັກກຳລັງຫລັບເລິກ ເພາະຊ່ວຍໃຫ້ການຫລັບເລິກເປັນໄລຍະຂອງການລວບລວມ ແລະ ຟື້ນຟູຄວາມຈື່ຈຳ ແລະ ທັກສະໃໝ່ໆ ຈຶ່ງເວົ້າໄດ້ວ່າ ຍິ່ງຫລັບເລິກຍິ່ງສົ່ງຜົນດີ ໂດຍມີການປະເມີນຜົນຈາກປະລິມານເຫື່ອເທິງຜິວໜັງ ແລະ ການສະແກນສະໝອງ (ຖ່າຍຮູບໂດຍຄື້ນສະໜາມແມ່ເຫລັກ). ບໍ່ພຽງແຕ່ຫລຸດຄວາມຢ້ານ, ຄວາມກັງວົນເທົ່ານັ້ນ ຜົນການວິໄຈເທື່ອນີ້ຍັງເຊື່ອວ່າກິ່ນຊ່ວຍພັດທະນາການປ້ອງກັນ ແລະ ປິ່ນປົວພະຍາດເຄັ່ງຄຽດໄດ້ນຳອີກ.