ນອນຕື່ນສວາຍໃນມື້ພັກດີແນວໃດ ?
May 29, 2018 - 11:46 AM
ມື້ພັກເສົາ – ອາທິດ ບໍ່ຕ້ອງຟ້າວຕື່ນນອນໄວກໍໄດ້ ຈົ່ງນອນຫລັບພັກຜ່ອນໃຫ້ເຕັມທີ່.
ວຽກງານວິໄຈຈາກສູນວິໄຈຊີວະການແພດລອດແອງເຈີລິສ ພົບວ່າ : ຄວາມສ່ຽງຕໍ່ສຸຂະພາບຂອງພະຍາດຕ່າງໆທີ່ເກີດຂຶ້ນເວລາທ່ານນອນບໍ່ພໍເປັນປະຈຳ ເຊັ່ນ: ພະຍາດເບົາຫວານ, ພະຍາດຕຸ້ຍ ແລະ ບັນຫາທີ່ກ່ຽວຂ້ອງກັບລະບົບເຜົາຜານຈະຫລຸດໜ້ອຍລົງເມື່ອທ່ານໄດ້ນອນດົນກ່ວາປົກກະຕິ (ໂດຍສະເລ່ຍປະມານ 10 ຊົ່ວໂມງຕໍ່ມື້) ປະມານ 2 – 3 ມື້ຕິດຕໍ່ກັນ ໂດຍວັດແທກຈາກການປ່ຽນແປງຂອງລະດັບອິນຊູລິນທີ່ດີຂຶ້ນຢ່າງເຫັນໄດ້ແຈ້ງ.