ແມນຊິຕີ້ ພ້ອມຄວ້າຕົວ ເອັມເປັບເປ້ ຖ້າ ປາຣີສ ຍົກເລີກການຊື້ຕົວ
May 29, 2018 - 5:50 PM
ສະຫະພັນບານເຕະເອີຣົບ ພ້ອມທີ່ຈະດຳເນີນການກັບເລື່ອງການໃຊ້ຈ່າຍເງິນຂອງ ເປແອສເຊ ຜິດກົດທາງດ້ານການເງິນ ເຊິ່ງອາດເຮັດໃຫ້ແຜນການຊື້ຕົວດາວຍິງໄວ 19 ປີຈາກອາແອສ ໂມນາໂຄ ດ້ວຍລາຄາ 127 ລ້ານປອນ ໃນຊ່ວງຊຳເມີນີ້ຕ້ອງຍົກເລີກໄປ. ຫາກເກີດກໍລະນີດັ່ງກ່າວ ແມນຊິຕິ້ ກໍພ້ອມທີ່ຈະເຂົ້າມາຄວ້າຕົວ ເອັມເປັບເປ້ ຮ່ວມທີມແທນ ເຖິງວ່າໄດ້ວາງແຜນຈະທຸ້ມເງິນຈຳນວນ 130 ລ້ານປອນ ເພື່ອເຊັນສັນຍາກັບ ຈໍຈິນໂຢ່ ມິດຟິວ ນາໂປລີ ແລະ ຣິຍາດ ມາເຣຊ ປີກຕົວເກັ່ງຂອງ ເລສເຕີ້ ຊິຕີ້ ໄວ້ແລ້ວກໍຕາມ. ນອກຈາກນີ້ ເນມາ ກໍເຄີຍອອກມາເວົ້າວ່າ ລາວເອງກໍຢາກມາຮ່ວມງານກັບ ໂຈເຊບ ກວາດິໂອລ່າ ຜູ້ຈັດການທີມແມນຊິຕິ້ ເໜືອນກັນ ແຕ່ຄາດວ່າ ເຮືອໃບສີຟ້າ ຄົງຈະເລືອກ ເອັມເປັບເປ້ ຫຼາຍກວ່າ ເນມາ.