5 ເສົາຄໍ້າມີຄວາມສໍາຄັນຕໍ່ການເຂົ້າເຖິງການບໍລິການດ້ານການເງິນ
ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃຫ້ຫຼາຍຂຶ້ນ (MAFIPP) ພາຍໃຕ້ການສະໜັບສະໜູນທຶນຈາກລັດຖະບານອົສຕຼາລີແລະການຊ່ວຍເຫຼືອທາງດ້ານວິຊາການຈາກອົງການ UNCDF ກ່ຽວກັບແຜນ ຈັດຕັ້ງປະຕິບັດຍຸດທະສາດການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ໄລຍະ 8 ປີ (2018-2025) ໄດ້ຈັດກອງປະ ຊຸມສະຫຼຸບຜົນການປະກອບຄຳຄິດເຫັນ ແລະນຳສະເໜີຮ່າງແຜນຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວຂຶ້ນ ໃນວັນທີ 25 ພຶດສະພາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ; ພ້ອມນີ້ ກໍມີທ່ານ ແອນເດຣດ ເຊີເບຣີກ ອັກຄະລັດຖະທູດອົດສະຕາລີ ປະຈຳ ສປປ ລາວ ແລະພາກສ່ວນທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.
ທ່ານ ພັນທະບູນ ໄຊຍະເພັດ ຜູ້ຈັດການແຜນງານ MAFIPP, ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທຫລ ນໍາສະເໜີຄວາມເປັນມາຂອງການສ້າງຍຸດທະສາດ; ສໍາລັບຮ່າງແຜນຈັດຕັ້ງປະຕິບັດການເຂົ້າເຖິງການບໍລິການທາງດ້ານການເງິນ ສຳລັບ ສປປ ລາວ ກໍ່ເພື່ອຜັນຂະຫຍາຍບັນດາໜ້າວຽກ ທີ່ຕິດພັນການສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນທີ່ນອນໃນ “ຍຸດທະສາດການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປລາວ ໄລຍະ 8 ປີ (2018-2025) ເຊິ່ງເປັນທິດເຍືອງທາງໃຫ້ແກ່ພາກສ່ວນ ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນອະນາຄົດ ແລະແຜນຈັດຕັ້ງປະຕິບັດຍຸດທະສາດການເຂົ້າເຖິງການບໍລິການທາງດ້ານການເງິນຂອງລາວໃນໄລຍະ 8 ປີທີ່ສ້າງຂຶ້ນໂດຍ ທຫລ ແລະຮັບການສະໜັບສະໜູນທຶນຈາກລັດຖະບານ ອົດສຕຣາລີ ແລະການຊ່ວຍເຫຼືອທາງດ້ານວິຊາການຈາກອົງການ (UNCDF) ໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃຫ້ຫຼາຍຂຶ້ນ (MAFIPP) ຊຶ່ງເປັນໜຶ່ງໃນແຜນກິດຈະກໍາຂອງແຜນງານໂຄງການ.
ເພື່ອເຮັດໃຫ້ວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນ ຖືກຈັດຕັ້ງຜັນຂະຫຍາຍ ແລະສາມາດເຂົ້າເຖິງທຸກຊັ້ນຄົນໃນສັງຄົມ ໂດຍສະເພາະຜັນຂະຫຍາຍ 5 ເສົາຄ້ຳ ຄື: ການປັບປຸງການສະໜອງສິນເຊື່ອ; ການປົກປ້ອງຜູ້ບໍລິໂພກທາງການເງິນ; ການສົ່ງເສີມທະນາຄານບ້ານ; ພັດທະນາລະບົບການຊໍາລະສະສາງໃຫ້ທັນສະໄໝ ແລະການຂະຫຍາຍການບໍລິການທາງດ້ານການເງິນ ແລະໜ້າວຽກທີ່ຕິດພັນກັບວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນໃນ “ຮ່າງຍຸດທະສາດການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ໄລຍະ 8 ປີ (2018-2025)”ແລະທິດທາງນະໂຍບາຍຂອງແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ “5 ປີ ຄັ້ງທີ VIII ໄລຍະ 2016-2020.
ທ່ານ ຮອງຜູ້ວ່າການ ທຫລ ໄດ້ເນັ້ນວ່າ: ການປະກອບຄຳເຫັນໃສ່ຮ່າງແຜນຈັດຕັ້ງປະຕິບັດຍຸດທະສາດການເຂົ້າເຖິງການບໍລິ ການທາງດ້ານການເງິນຄັ້ງນີ້ ຈະເຮັດໃຫ້ບົດດັ່ງກ່າວມີຄວາມສົມບູນ ແລະເພື່ອຜັນຂະຫຍາຍບັນດາໜ້າວຽກທີ່ນອນໃນ 5 ເສົາຄ້ຳຂອງວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນທີ່ນອນໃນ “ຍຸດທະສາດການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ໄລຍະ 8 ປີ (2018-2025) ແລະ ທິດທາງນະໂຍບາຍຂອງແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະເພື່ອບັນລຸເປົ້າໝາຍ ແນໃສ່ສ້າງໂອກາດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂື້ນ ມັນຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ຮັບການພັດທະນາ ແລະປັບປຸງໃຫ້ມີປະສິດທິພາບດີຂຶ້ນ ເພື່ອຍົກລະດັບຄຸນນະພາບ ແລະມາດຕະຖານຊີວິດການເປັນຢູ່ປະຊາຊົນລາວ ໂດຍອີງໃສ່ 5 ເສົາຄ້ຳ ແລະມີການນຳໃຊ້ຜະລິດຕະພັນທາງການເງິນທີ່ເໝາະສົມ ແລະຫຼາກຫຼາຍໃນນີ້ມີການຝາກປະຢັດ, ສິນເຊື່ອ, ປະກັນໄພ ແລະການໂອນເງິນແບບໃຊ້ລະບົບທັນສະໄໝວ່ອງໄວ ແລະປະຢັດຕົ້ນທຶນ.