ທົ່ວປະເທດມີຜູ້ຕິດເຊື້ອໄຂຍຸງລາຍກວ່າ 700 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 2 ຄົນ
ສູນລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມານີ້, ທົ່ວປະເທດພົບເຫັນຜູ້ຕິດເຊື້ອໄຂ້ຍຸລາຍຫລາຍກ່ວາ 700 ຄົນ, ໃນນັ້ນພົ້ນເດັ່ນແມ່ນຢູ່ແຂວງ ອັດຕະປື ມີຜູ້ຕິດເຊື້ອ 391 ຄົນ ແລະ ມີຜູ້ເສຍຊີວິດ 2 ຄົນ, ແຂວງ ຈຳປາສັກ ມີຜູ້ຕິດເຊື້ອ 102 ຄົນ ແລະ ນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອ 64 ຄົນ, ທຽບໃສ່ໃນໄລຍະດຽວກັນຂອງຜູ້ຜ່ານມາແມ່ນມີຈຳນວນເພີ່ມຂຶ້ນຫລາຍ.
ຂ່າວໃຫ້ຮູ້ວ່າ: ເມື່ອທ້າຍອາທິດຜ່ານມາ ແຂວງ ອັດຕະປື, ໄດ້ປະຊຸມກ່ຽວກັບການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ພາຍ ຫລັງໄດ້ມີການລະບາດເປັນວົງກ້ວາງຢູ່ 50 ບ້ານ ໃນ 5 ເມືອງຂອງແຂວງດັ່ງກ່າວ, ຈາກສະພາບການດັ່ງກ່າວ, ຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ແຂວງໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ, ໂດຍໄດ້ວາງຍຸດທະສາດ, ມາດຕາການ, ໃນການປະຕິິບັດການຕອບໂຕ້, ຄວບຄຸມພາຫະນຳເຊື້ອ, ການເຝົ້າລະວັງ ແລະ ລົງສອບສວນ ກໍລະນີການລະບາດ ຄວບຄູ່ກັບການໂຄສະນາສຸກຂະສຶກສາ, ໃຫ້ຄວາມຮູ້ກ່ຽວກັບວິິທີປ້ອງກັນ ພະຍາດໄຂ້ຍຸງລາຍ ຢູ່ຕາມບ້ານ ແລະ ຊຸມຊົນທີ່ມີຄວາມສ່ຽງ ດ້ວຍວິທີລົງໂຄສະນາ ໃຫ້ຄວາມຮູ້ແກ່ປະຊາຊົນ, ໃນການອະນາໄມເຮືອນຊານ ແລະ ສະພາບແວດລ້ອມ, ທຳລາຍແຫລ່ງເພາະພັນຂອງຍຸງລາຍ, ເມື່ອມີອາການຕ້ອງໄປຫາແພດໝໍໂດຍດ່ວນ ແລະ ຄຽງຄູ່ ກັນນັ້ນ ກໍໄດ້ກະກຽມດ້ານຄວາມພ້ອມຕ່າງໆ ເປັນຕົ້ນສະຖານທີ່ປີ່ນປົວ, ຢາ ແລະ ອຸ ປະກອນການແພດ ເພື່ອຮອງຮັບໃນກໍລະນີມີການລະບາດຮຸນແຮງເກີດຂຶ້ນ.