ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ

- kitchen vibe - ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ

- 1493266791373 960x0 300x169 - ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ    ຢາງກຸ້ງ 27 ເມສາ: ສຳນັກຂ່າວຊິນຮົວຂອງທາງການຈີນລາຍງານໂດຍອ້າງເຈົ້າໜ້າທີ່ຢູ່ມຽນມາລະບຸວ່າ: ໜ່ວຍງານຮັບຜິດຊອບດ້ານການຂົນສົ່ງປະຈຳພາກພື້ນນະຄອນຢາງກຸ້ງກຽມເປີດໃຫ້ບໍລິການເຮືອຕັກຊີເດືອນໜ້າ ຫວັງແກ້ໄຂບັນຫາການຈະລາຈອນແອອັດຢູ່ຖະໜົນ.

ເຈົ້າໜ້າທີ່ເປີດເຜີຍວ່າ: ເຮືອດ່ວນຕັກຊີຢູ່ແມ່ນ້ຳຢາງກຸ້ງຈະເລີ່ມເປີດໃຫ້ບໍລິການນັບແຕ່ອາທິດທີ 3 ຂອງເດືອນພຶດສະພາເປັນຕົ້ນໄປ, ພາຍຫລັງທາງການວາງແຜນຈະເປີດໃຫ້ບໍລິການມາແຕ່ເດືອນພະຈິກປີຜ່ານມາ ໂດຍເສັ້ນທາງທີ່ເປີດໃຫ້ບໍລິການຈະເປັນເສັ້ນທາງຮັບ-ສົ່ງຜູ້ໂດຍສານຈາກນອກເມືອງເຂົ້າສູ່ຕົວເມືອງ ເພື່ອອຳນວຍຄວາມສະດວກ ແລະ ຫລີກເວັ້ນສະພາບການສັນຈອນແອອັດ.

- Visit Laos Visit SALANA BOUTIQUE HOTEL - ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ
- Visit Laos Visit SALANA BOUTIQUE HOTEL - ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ

ນອກຈາກນີ້, ລັດຖະບານທ້ອງຖິ່ນຢູ່ຢາງກຸ້ງຍັງສັ່ງປ່ຽນເສັ້ນທາງລົດໂດຍສານປະຈຳທາງຄັ້ງໃຫຍ່ຈາກ 300 ເສັ້ນທາງ ເຫລືອພຽງ 79 ເສັ້ນທາງຕາມລະບົບການແລ່ນລົດແບບໃໝ່ ເລີ່ມແຕ່ວັນທີ 16 ມັງກອນຜ່ານມາ. ມາດຕະການດັ່ງກ່າວມຸ່ງຫວັງແກ້ໄຂບັນຫາການຈະລາຈອນ ແລະ ເຮັດໃຫ້ລະບົບການແລ່ນລົດປະຈຳທາງໃນ ເມືອງກົງຕາມສະພາບການໃຊ້ວຽກ.

- 3 - ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ
- 5 - ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ
- 4 - ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ