ເປີດງານວາງສະແດງແລະຈຳໜ່າຍສິນຄ້າໂອດັອບແລະສິນຄ້າຄອບຄົວຕົວແບບຄັ້ງທີv
ພະແນກອຸດສາຫະກຳແລະການຄ້ານະຄອນຫຼວງວຽງຈັນ,ໄດ້ຈັດງານວາງສະແດງແລະຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແລະຜະລິດຕະພັນຄອບຄົວຕົວແບບນະຄອນຫຼວງວຽງຈັນຄັ້ງທີ V ຂື້ນໃນລະວ່າງວັນທີ26ພຶດສະພາຫາ3ມິຖຸນານີ້,ຢູ່ທີ່ສູນການຄ້າລາວ-ໄອເຕັກ,ນະຄອນຫຼວງວຽງຈັນ.ໂດຍການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອະໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ;ພ້ອມດ້ວຍ ຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.
ງານດັ່ງກ່າວບັນດາຜູ້ປະກອບການກໍຄືຫົວໜ່ວຍສິນຄ້າທີ່ໄດ້ຮັບກາໝາຍຜະລິດຕະພັນໂອດດັອບໄດ້ນຳເອົາຜະລິດຕະພັນຂອງຕົນເຂົ້າຮ່ວມງານວາງສະແດງ40ຫົວໜ່ວຍ ມີ52ຫ້ອງ;ສິນຄ້າຂອງຄອບຄົວຕົວແບບ38ຫົວໜ່ວຍ ມີ44ຫ້ອງ;ທຸລະກິດການທ່ອງທ່ຽວ 6 ຫົວໜ່ວຍ ມີ8ຫ້ອງ. ນອກຈາກນີ້ມີສິນຄ້າໂອດັອບຈາກຕ່າງແຂວງ19ຫົວໜ່ວຍແລະສິນຄ້າຄອບຄົວຕົວແບບ7ຫົວຫນ່ວຍ ຈາກແຂວງໄຊຍະບູລິ,ຊຽງຂວາງ,ຫຼວງພະບາງ,ຫົວພັນ,ແຂວງວຽງຈັນ,ບໍລິຄໍາໄຊ,ສະຫວັນນະເຂດ;ສາລະວັນ,ເຊກອງແລະຈຳປາສັກ. ເຊິ່ງຄາດວ່າຈະມີມູນຄ່າປະມານ 1,3ຕື້ກີບ.
ປະຈຸບັນ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດມີທັງໝົດ44ຫົວໜ່ວຍ,ມີ 5ກຸ່ມການຜະລິດແລະ39ຫົວໜ່ວຍທຸລະກິດ ມີ197ຜະລິດຕະພັນ ກວມເອົາ39ບ້ານໃນນະຄອນຫຼວງວຽງຈັນ.ເພື່ອເປັນການປະກອບສ່ວນສົ່ງເສີມປີທ່ອງທຽວລາວປີ2018, ສ້າງບັນຍາກາດໃນວັນເດັກນ້ອຍສາກົນແລະວັນປູກຕົ້ນໄມ້ແຫ່ງຊາດ1ມິຖຸນາໃຫ້ເປັນຂະບວນຟົດຟື້ນ.