ຄວາມສຳຄັນຂອງການໃຫ້ເວລາຮັບຟັງລູກ
ພໍ່ແມ່ມີສ່ວນສຳຄັນຫລາຍກັບລູກ ແລະ ພໍ່ແມ່ກໍຄວນເຂົ້າໃຈຮັບຟັງລູກ ເມື່ອລູກເຂົ້າສູ່ໄວໜຸ່ມ ທັດສະນະຄະຕິ ແລະ ຄວາມຄິດກໍຈະມີເປັນຂອງໂຕເອງ. ດັ່ງນັ້ນ, ຕ້ອງເປີດໃຈ ແລະ ພ້ອມເຂົ້າໃຈໃນໂຕຂອງລູກ.
ເວລາ ເປັນສິ່ງສຳຄັນທີ່ລູກຕ້ອງການໄດ້ຮັບຈາກພໍ່ແມ່ ການຫາເວລາຢູ່ກັບລູກ ສະແດງຄວາມຮັກ, ກອດ, ຫອມ, ລົມກັບລູກ ຈະຊ່ວຍໃຫ້ລູກຮູ້ສຶກວ່າພໍ່ແມ່ຮັກ ແລະ ເອົາໃຈໃສ່.
ການສະຫລະເວລາມື້ລະໜ້ອຍເພື່ອລົມກັບລູກ, ຫລິ້ນກັບລູກ, ຮັບຟັງລູກເມື່ອລູກພະຍາຍາມຈະລົມ ຫລື ສື່ສານ ຫລື ພະຍາຍາມຈະບອກຫຍັງກັບພໍ່ແມ່ເປັນສິ່ງສຳຄັນ ແລະ ຊ່ວຍພັດທະນາສຳພັນທະພາບຂອງພໍ່ແມ່ກັບລູກໄດ້ເປັນຢ່າງດີ ເພາະການຮັບຟັງລູກໝາຍເຖິງການຍອມຮັບ ແລະ ເອົາໃຈໃສ່ໃນໂຕລູກ ໂດຍການຮັບຟັງລູກນັ້ນ ພໍ່ແມ່ຄວນຮັບຟັງດ້ວຍຄວາມຕັ້ງໃຈ, ສົນໃຈຕໍ່ເລື່ອງລາວ ລວມເຖິງອາລົມ, ຄວາມຮູ້ສຶກຂອງລູກໃນຂະນະທີ່ລູກບອກເລົ່າເລື່ອງລາວຕ່າງໆ, ບໍ່ຂັດ ຫລື ຮ້າຍດ່າລູກໃນສິ່ງທີ່ລູກເລົ່າ, ແຕ່ອາດໃຊ້ວິທີການຊັກຖາມ ຫລື ແລກປ່ຽນຄວາມຄິດເຫັນກັບລູກ.
ການໃຫ້ເວລາກັບລູກ ຮັບຟັງລູກຢ່າງຕັ້ງໃຈຍັງສົ່ງຜົນໃນໄລຍະຍາວ ເມື່ອລູກເຕີບໃຫຍ່ເຂົ້າສູ່ໄວໜຸ່ມ ລູກຈະເຊື່ອໃຈ ແລະ ກ້າທີ່ຈະບອກເລົ່າເລື່ອງລາວຕ່າງໆໃຫ້ພໍ່ແມ່ຮັບຟັງ ເພາະລູກໄດ້ຮຽນຮູ້ຈາກປະສົບການໃນໄວເດັກວ່າພໍ່ແມ່ຄືຜູ້ທີ່ເຂົາໄວ້ວາງໃຈທີ່ຈະຮັບຟັງ ແລະ ຊ່ວຍເຫລືອເຂົາໄດ້ສະເໝີມາ.