ປີ້ງໄກ່ເຊໂນໄດ້ຮັບກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ
ພິທີມອບ-ຮັບໃບອະນຸຍາດນຳໃຊ້ກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ໃຫ້ກຸ່ມຜະລິດປີ້ງໄກເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 29 ພຶດສະພານີ້ ທີ່ ເມືອງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ຈິນດາວັນ ບຸດລາສີ ຮອງເຈົ້າເມືອງອຸທຸມພອນ, ທ່ານຮອງຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ, ທ່ານຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ-ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
ໃນພິທີ, ທ່ານ ຄໍາພົງ ສຸລິເຍດ ຫົວໜ້າຫ້ອງການອຸດສາຫະກຳ-ການຄ້າເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໂດຍສັງເຂບວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງກະຊວງອຸດສາຫະກຳ-ການຄ້າ ວ່າດ້ວຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ແລະ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານສົ່ງເສີມ ແລະ ພັດທະນາສິນຄ້າ ແລະ ຜະລິດຕະພັນທີ່ເປັນເອກະລັກ ແລະ ມີຊື່ສຽງໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ທາງຫ້ອງການອຸດສາຫະກຳ-ການຄ້າເມືອງໄດ້ມີ ການສົ່ງເສີມໃຫ້ກຸ່ມຜະລິດປີ້ງໄກ່ລາດເຊໂນ ແລະ ກຸ່ມຜະລິດຕະພັນຕ່າງໆຂອງເມືອງ ເພື່ອສ້າງເປັນສິນຄ້າໂອດັອບຂຶ້ນ ເຊິ່ງຜ່ານການລົງເອົາຂໍ້ມູນຕົວຈິງຫຼາຍຫຼົບຫຼາຍຕ່າວເຫັນໄດ້ບັນຫາຕ່າງໆ ແລະ ໄດ້ແນະນຳແນວທາງປະຕິບັດເຮັດແນວໃດໃຫ້ໄດ້ກາໝາຍໂອດັອບແຫ່ງຊາດ ກໍຄືສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ຜ່ານກອງປະຊຸມຂອງຄະນະກຳມະການຄັດເລືອກສິນຄ້າດັ່ງກ່າວຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບສະເໜີເອົາຜະລິດຕະພັນປີ້ງໄກ່ລາດເຊໂນ ບ້ານໄຊອຸດົມ ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງອຸທຸມພອນ ແລະ ໄດ້ສະເໜີຂໍອະນຸຍາດນຳໃຊ້ກາໝາຍແຫ່ງຊາດໄດ້ຢ່າງສົມບູນ. ກຸ່ມຜະລິດປີ້ງໄກ່ລາດເຊໂນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 26/09/2017 ປັດຈຸບັນມີປະທານ, ກຳມະການກຸ່ມຜະລິດ ແລະ ສະມາຊິກທັງໝົດ 35 ທ່ານ.
ຈາກນັ້ນຫົວໜ້າຂະແໜງສົ່ງເສີມການຄ້າ-ພັດທະນາວິສາຫະກິດຂະໜາດນ້ອຍ ພະແນກອຸດສາຫະກຳ-ການຄ້າແຂວງ ກໍໄດ້ຜ່ານໃບອະນຸຍາດໃຫ້ກຸ່ມຜະລິດປີ້ງໄກ່ລາດເຊໂນ ສາມາດນຳໃຊ້ກາໝາຍສິນຄ້າໂອດັອບແຫ່ງຊາດ ເຊິ່ງມອບໂດຍທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ-ການຄ້າ.