ກ່ອນຈະເລີ່ມຕົ້ນຝຶກໂຢຄະມີເລື່ອງທີ່ທ່ານຕ້ອງຮູ້
ຖ້າທ່ານບໍ່ເຄີຍເຂົ້າຝຶກໂຢຄະມາກ່ອນເລີຍ ແລະ ຢາກເລີ່ມຕົ້ນຝຶກດ້ວຍຕົນເອງ ເຖິງຈະບໍ່ແມ່ນເລື່ອງຍາກ, ແຕ່ກໍບໍ່ງ່າຍປານໃດ.
– ຫາກຢາກຝຶກໂຢຄະດ້ວຍຕົນເອງຢູ່ເຮືອນກໍຄວນລົງທຶນກັບຜ້າປູ ຫລື ເສື່ອປູຝຶກໂຢຄະຈັກຜືນ ເພາະການຫລິ້ນໂຢຄະຢູ່ເທິງພື້ນແຂງໆ ອາດເຮັດໃຫ້ຫົວເຂົ່າບາດເຈັບໄດ້ ເນື່ອງຈາກບາງທ່າທີ່ຕ້ອງວາງຫົວເຂົ່າ ແລະ ຖິ້ມນຳ້ໜັກໂຕລົງໄປ ເສື່ອໂຢຄະດີໆທີ່ມີຄວາມໜາພໍດີຈະຊ່ວຍຮອງຮັບຫົວເຂົ່າຂອງທ່ານໄວ້ໄດ້ ແລະ ຄວນເລືອກແບບທີ່ພື້ນສຳຜັດບໍ່ມື່ນຈົນເກີດອຸປະຕິເຫດໃນການຝຶກ.
– ຫາພື້ນທີ່ໃຫ້ເໝາະສົມ : ຈັດວາງເຄື່ອງຕົກແຕ່ງເຮືອນ ແລະ ສິ່ງຂອງຕ່າງໆອອກໄປໃຫ້ພົ້ນໄລຍະການວາງແຂນ – ຂາ ແລະ ສ້າງບັນຍາກາດສະຫງົບ ແລະ ສະບາຍຂຶ້ນມາ ໂດຍອາດເປີດເພງເບົາໆ ຫລື ຕົກແຕ່ງພື້ນທີ່ຝຶກດ້ວຍຮູບທີ່ທ່ານເຫັນແລ້ວສະບາຍໃຈ.
– ເລືອກທ່າໃຫ້ດີ ຫາຂໍ້ມູນໃຫ້ພ້ອມ : ເລືອກ ແລະ ລຽງລຳດັບທ່າທີ່ທ່ານຈະຝຶກໃຫ້ດີ ແລະ ຫາຂໍ້ມູນການເຮັດທ່າເຫລົ່ານັ້ນຢ່າງລະອຽດ ເພາະບາງເທື່ອລາຍລະອຽດນ້ອຍໆທີ່ທ່ານພາດໄປອາດເປັນຕົ້ນເຫດຂອງອາການບາດເຈັບກໍໄດ້ ຫາກຂໍ້ມູນໃນອິນເຕີເນັດບໍ່ພຽງພໍກໍຄວນລົງທຶນກັບໜັງສືໂຢຄະ ຫລື ດີວີດີທີ່ມີຂໍ້ມູນອ່າວລະອຽດຈັກໜ້ອຍ ຫລື ໄປເຂົ້າຝຶກໂຢຄະເພື່ອຂໍຄຳແນະນຳຈາກຄູຝຶກໂຢຄະກໍໄດ້.
– ຢ່າຄາດຫວັງ : ຢ່າຕັ້ງເປົ້າໝາຍທີ່ສູງຫລາຍ ຫລື ຄາດຫວັງວ່າໂຕເອງຕ້ອງເຮັດໄດ້ດັ່ງຫວັງ ນັບແຕ່ເທື່ອທຳອິດ ເລີ່ມຕົ້ນຈາກທ່າພື້ນຖານງ່າຍໆກ່ອນ ແລະ ເອົາໃຈໃສ່ກັບລາຍລະອຽດຂອງແຕ່ລະທ່າໃຫ້ຫລາຍກ່ວາເລື່ອງຂອງເວລາທີ່ໃຊ້, ຈື່ໄວ້ວ່າໂຢຄະບໍ່ໄດ້ຖືກອອກແບບມາເພື່ອໃຫ້ທ່ານຝຶກຈົນເມື່ອຍຫອບ, ແຕ່ເປັນເລື່ອງຂອງສະມາທິ ເຖິງທ່ານຈະເອົາມາເປັນການອອກກຳລັງກາຍ ບໍ່ແມ່ນການຝຶກຈິດ, ແຕ່ພື້ນຖານຂອງມັນກໍຍັງຄົງຢູ່ ຫລັງຈາກຝຶກແລ້ວກໍຢ່າລືມໃຫ້ເວລາກັບການຝຶກສະມາທິຈັກໜ້ອຍ.
– ຈົດບັນທຶກປະຈຳວັນ : ບັນທຶກປະສົບການທີ່ທ່ານຝຶກໃນແຕ່ລະມື້ລົງໄປ ບໍ່ວ່າຈະເປັນເລື່ອງທ່າ ຫລື ຄວາມຮູ້ສຶກທີ່ເກີດຂຶ້ນມາ ວິທີນີ້ນອກຈາກຈະເປັນການທົບທວນການຝຶກແຕ່ລະມື້ແລ້ວ ຍັງຊ່ວຍໃຫ້ທ່ານເຫັນການປ່ຽນແປງຂອງໂຕເອງໄດ້ຈະແຈ້ງຂຶ້ນນຳ.