ສະພາການຄ້າ ນະຄອນຫລວງວຽງຈັນ ສົ່ງເສີມຫົວໜ່ວຍທຸລະກິດ SME ໃຫ້ເຂົ້າຫາຕະຫລາດ
ວັນທີ 31 ພຶດສະພາ ນີ້, ຢູ່ທີ່ສູນການຄ້າລາວ-ໄອເຕັກ ທີ່ນະຄອນຫຼວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ(ສຄອ.ນວ) ໄດ້ຈັດກອງປະຊຸມເຜີຍແຜ່ແຜນການປະຕິບັດງານຂອງຄະນະບໍລິຫານງານຊຸດໃໝ່ ໂດຍການເປັນປະທານຮ່ວມຂອງທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳ.ນວ ທ່ານ ນາງ ວັນມະນີ ພິມມະສານ ຮອງຫົວໜ້າພະແນກອຸດສາ ຫະກຳ ແລະ ການຄ້າ.ນວ ເຊິ່ງມີຄະນະບໍລິຫານງານ ແລະ ນັກທຸລະກິດເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ສັງຄົມ ຈັນສຸກ ໄດ້ລາຍງານ ວ່າ: ສະພາການຄ້າ ແລະ ອຸດສາຫະກຳ.ນວ ໄດ້ຕັ້ງໜ້າເອົາໃຈໃສ່ເຜີຍແຜ່ກົດໝາຍ ນິຕິກຳໃຫ້ສະມາຊິກໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເຮັດໃຫ້ກົດໝາຍ ແລະ ລະບຽບການໄດ້ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຈະເກັບກຳຂໍ້ມູນສະມາຊິກທຸກຫົວໜ່ວຍ ເພື່ອຈັດສັນກຸ່ມໃຫ້ຖືກເປົ້າໝາຍ ປຸກລະດົມຂົນຂວາຍສະມາຊິກໃຫ້ໄດ້ 500 ຫົວໜ່ວຍ ແລະ ສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳ ປະຈຳ 5 ເມືອງນອກໃຫ້ສຳເລັດ ແລະ ຈະສ້າງລາຍຮັບເຂົ້າສະພາການຄ້າຂອງຕົນ ໃຫ້ໄດ້ 500 ລ້ານກີບ, ໂດຍການຈັດກິດຈະກຳຕ່າງໆຮ່ວມກັບຄະນະຮັບຜິດຊອບອື່ນໆເຊັ່ນ: ຄະນະພັດທະນາ-ສົ່ງເສີມການລົງທຶນ ແລະ ການຕະຫຼາດຂອງ ສຄອ.ນວ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງກິດຈະກຳຫາລາຍໄດ້ເຊັ່ນ:ໂຄງການຈັດສັນທີ່ດິນ 3 ເຮັກຕາ ຈັດງານຕະຫຼາດນັດແຄມບຶງທາດຫຼວງ ງານແຂ່ງຂັນ ແລະ ປະກວດອາຫານລາວທົ່ວນະຄອນຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າວັດສະດຸກໍ່ສ້າງ ສົ່ງເສີມຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ນະຄອນຫຼວງວຽງຈັນ ໄດ້ມີໂອກາດເຂົ້າຮ່ວມງານ ແລະ ໄປທັດສະນະສືກສາຢູ່ຕ່າງປະເທດ, ສົ່ງເສີ່ມການເພີ່ມປະສິດທິພາບ ເພື່ອຍົກຄຸນະພາບຜະລິດຕະພັນ ແລະ ບໍລິການປະກອບມີ:ວຽກງານສົ່ງເສີມການພັດທະນາທຸລະກິດ 5 ດີ ຕາມທິດຊີ້ນຳຂອງການນຳນະຄອນຫຼວງວຽງຈັນ, ພ້ອມທັງຈະດຶງດູດເອົາການຊ່ວຍເຫຼືອຈາກແຫຼ່ງສາກົນ ເພື່ອມາສົ່ງເສີມກິດ ຈະກຳ ແລະ ສ້າງຄວາມເຂັ້ມແຂງໃຫ້ການບໍລິຫານງານຂອງສະພາການຄ້າ ແລະ ອຸດສາຫະກຳ ນວ.
ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍ ແລະ ໃບກຽດຕິຄຸນໃຫ້ແກ່ຜູ້ອຸປະຖຳກອງປະຊຸມໃຫຍ່ ຄັ້ງທີ I ສຄອ.ນວ ເຊິ່ງຈັດຂຶ້ນວັນທີ 30 ມີນາ ຜ່ານມາ ຈຳນວນ 52 ທ່ານ.